ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກຸມພາ ນີ້ວ່າ: ທ້າວ ເກຣັກ ໂຄລີ ອາຍຸ 71 ປີ ອະດີດທະຫານ ຖືກຈຳຄຸກຕາມຄຳພິພາກສາຂອງສານໃນປີ  1978 ຈາກຄວາມຜິດໃນຂໍ້ຖືກຫາຄາຕະກຳເມຍ ຊື່ນາງ ຣອນດາ ວິດ ອາ ຍຸ 24 ປີ ແລະ ທ້າວ ໂດນັນ ອາຍຸ 4 ປີ ລູກຊາຍ, ເຊິ່ງຄະດີດັ່ງກ່າວນີ້ ທ້າວ ເກຣັກ ໂຄລີ ຢືນຢັນຄວາມບໍລິສຸດຂອງຕົນເອງມະຕະຫຼອດຊີວິດ.

ເຈົ້າໜ້າທີ່ພົບຮ່າງຂອງນາງ ຣອນດາ ວິດ ໃນສະພາບຖືກຂົ່ມຂືນ ແລະ ຄາຕະກຳຮັດຄໍ, ສ່ວນລູກຊາຍຖືກຜ້າອັດປາກ ແລະ ອັດດັງ ເສຍຊີວິດຢູ່ໃນຫ້ອງພັກໃນເມືອງຊິມີ ວັນເລ ທາງພາກໃຕ້ຂອງລັດກາລິຟໍເນຍ ໃນສະຫະລັດ ອເມລິກາ ໂດຍທ້າວ ເກຣັກ ໂຄລີ ຖືກປ່ອຍຕົວຈາກຄ້າຍຄຸມຂັງໃນປີ 2017, ຫຼັງຈາກຫຼັກຖານການກວດດີເອັນເອ ຢືນຢັນວ່າ ຜູ້ກ່ຽວບໍ່ໄດ້ກໍ່ເຫດຄາຕະກຳເມຍ. ຈາກນັ້ນ, ເທດ ສະບານເມືອງຊິມີ ວັນເລ ຈຳຕ້ອງຈ່າຍເງິນຄ່າຊົດເຊີຍໃນການຕິດຄຸກຂອງຜູ້ກ່ຽວນານເຖິງ 38 ປີ ເປັນ ເງິນຈຳນວນ 21 ລ້ານໂດລາສະຫະລັດ, ເຊິ່ງການຈ່າຍເງິນຄ່າຊົດເຊີຍດັ່ງກ່າວນັ້ນ ເປັນສ່ວນໜຶ່ງຂອງຂໍ້ຕົກລົງຍອມຄວາມນອກສານ.

ທ່ານ ອີຣິກ ເລວິດ ຫົວໜ້າບໍລິຫານເມືອງຊິມີ ວັນເລ ຖະແຫຼງການວ່າ ມີເງິນຈຳນວນເທົ່າໃດ ກໍບໍ່ອາດສາມາດຊົດເຊີຍກັບສິ່ງທີ່ເກີດຂຶ້ນກັບ ທ້າວ ເກຣັກ ໂຄລີ ໄດ້. ແຕ່ການຢຸດຄະດີ ຖືເປັນສິ່ງສົມຄວນປະຕິບັດຕໍ່ ທ້າວ ເກຣັກ ໂຄລີ ແລະ ການຕໍ່ສູ້ຄະດີຕໍ່ໄປອາດຈະເສຍຄ່າໃຊ້ຈ່າຍເປັນຈຳນວນຫຼາຍ ແລະ ເປັນການຂາດຄວາມຮັບຜິດຊອບຂອງເຈົ້າໜ້າທີ່ເມືອງຊິມີ ວັນເລ ຕໍ່ກັບຄະດີດັ່ງກ່າວ.