ໃນວັນທີ 1 ມີນາ ນີ້, ລັກຖະບານບັງກລາເທດ ແຈ້ງກັບຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ສປຊ) ວ່າຈະບໍ່ສາມາດຮັບຜູ້ອົບພະຍົບຈາກມຽນມາ ໄດ້ອີກຕໍ່ໄປແລ້ວ.

ທ່ານ ຊາຮິດຸນ ຮາກີ ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງບັງກລາເທດ ກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ວ່າ: ບັນຫາການສົ່ງຜູ້ອົບພະຍົບຊາວໂຣຮີງຢາຈາກມຽນມາ ຫຼາຍແສນຄົນທີ່ຂ້າມປະເທດມາອາໃສຢູ່ໃນບັງກລາເທດນັ້ນແມ່ນມີສະພາບການທີ່ຮ້າຍແຮງກວ່າເກົ່າ. ບັງກລາເທດ ຮຽກ ຮ້ອງໃຫ້ຄະນະມົນຕີຄວາມໝັ້ນຄົງ ດຳເນີນການຢ່າງເດັດຂາດ. ທ່ານ ຮາກີ ກ່າວອີກວ່າ ລັດຖະບານບັງກລາເທດ ມີຄວາມເສຍໃຈທີ່ຕ້ອງແຈ້ງຄະນະມົນຕີຄວາມໝັ້ນຄົງວ່າ ບັງກລາເທດ ຈະບໍ່ສາມາດໃຫ້ຄວາມຊ່ວຍເຫຼືອອຳ ນວຍຄວາມສະດວກໃຫ້ແກ່ປະຊາຊົນຈາກມຽນມາອີກຕໍ່ໄປ ເນື່ອງຈາກວ່າ ປັດຈຸບັນມີຊາວມຸດສະລິມໂຣຮີງຢາ ປະມານ 740.000 ຄົນອາໃສຢູ່ໃນຄ້າຍຜູ້ອົບພະຍົບໃນບັງກລາເທດ ຫຼັງຈາກທີ່ພວກເຂົາອົບພະຍົບໜີໄພຈາກລັດຍະໄຂ່ທາງພາກເໜືອຂອງມຽນມາ ໃນປີ 2017.

ຕາມຂໍ້ຕົກລົງລະຫວ່າງສອງປະເທດໃນກ່ອນໜ້ານີ້, ມຽນມາ ຈະຮັບເອົາຜູ້ອົບພະຍົບກັບໄປສ່ວນໜຶ່ງ, ແຕ່ ສປຊ ຢືນຢັນວ່າ ຄວາມປອດໄພຂອງຊາວໂຣຮີງຢາ ເປັນເງື່ອນໄຂທີ່ຕ້ອງພິຈາລະນາກ່ອນການສົ່ງຕົວກັບໄປ ມຽນມາ ເພື່ອເຮັດໃຫ້ການດຳລົງຊີວິດຂອງຊາວຜູ້ອົບພະຍົບດີຂຶ້ນ.