ອົດສະຕຣາລີ ປະເຊີນກັບອາກາດຮ້ອນທີ່ສຸດເປັນປະຫວັດສາດ

0
956

ລັດຖະບານອົດສະຕຣາລີ ຖະແຫຼງການວ່າ ອົດສະຕຣາລີ ປະເຊີນກັບອາກາດຮ້ອນທີ່ສຸດເປັນປະຫວັດສາດ ຕັ້ງແຕ່ເດືອນທັນວາ 2018 ຫາ ເດືອນກຸມພາ 2019 ແລະ ພະຍາກອນອາກາດແຈ້ງວ່າ ໃນໄລຍະລະດູໃບໄມ້ຫຼົ່ນ ຈະຍິ່ງແຫ້ງແລ້ງຫຼາຍຂຶ້ນ ແລະ ອາກາດຮ້ອນຂຶ້ນກວ່າອຸນຫະພູມສະເລ່ຍປົກກະຕິ.

ຜູ້ອຳນວຍການສຳນັກອຸຕຸນິຍົມວິທະຍາອົດສະຕຣາລີ ກ່າວວ່າ: ອາກາດຮ້ອນທີ່ສຸດໃນໄລະຍະເດືອນທັນ ວາ ຫາ ເດືອນມັງກອນ 2019, ເຊິ່ງແນ່ນອນວ່າລະດູຮ້ອນນີ້ ຖືວ່າຮ້ອນທີ່ສຸດເປັນປະຫວັດສາດ ແລະ ຄາດວ່າອຸນຫະພູມຈະສູງຂຶ້ນອີກເປັນຄັ້ງທຳອິດ ສະເລ່ຍຫຼາຍກວ່າ 2 ອົງສາເຊ. ຂະນະທີ່ຝົນຕົກໃນປະລິມານໜ້ອຍກວ່າປົກກະຕິ ແລະ ເກີດໄພແຫ້ງແລ້ງຮ້າຍແຮງ ສົ່ງຜົນກະທົບຕໍ່ພື້ນທີ່ການກະເສດທີ່ສຳຄັນທາງພາກກາງ ແລະ ພາກຕາເວັນອອກສຽງໃຕ້ ເປັນເວລານານຕິດຕໍ່ກັນຫຼາຍເດືອນ.

ກ່ອນໜ້ານີ້, ສຳນັກອຸຕຸນິຍົມວິທະຍາ ລາຍງານວ່າ ເດືອນມັງກອນ ເປັນເດືອນທີ່ຮ້ອນທີ່ສຸດເທົ່າທີ່ເຄີຍບັນ ທຶກມາໃນອົດສະຕຣາລີ, ເຊິ່ງໝາຍເຖິງອຸນຫະພູມສະເລ່ຍທົ່ວປະເທດສູງເກີນ 30 ອົງສາເຊ ເປັນຄັ້ງທຳອິດ, ຄື່ນຄວາມຮ້ອນໃນເດືອນມັງກອນ ມີສ່ວນເຮັດໃຫ້ປາຕາຍຫຼາຍກວ່າ 1 ລ້ານໂຕໃນແມ່ນ້ຳເມີເຣ ແລະ ແມ່ນ້ຳດາລິງ, ສ່ວນໄຟໄໝ້ປ່າທີ່ມັກເກີດຂຶ້ນໃນໄລຍະລະດູຮ້ອນຂອງອົດສະຕຣາລີ ແມ່ນໄໝ້ຈາກທາງທິດຕາເວັນອອກສຽງໃຕ້ໄປເຖິງທິດຕາເວັນອອກສຽງເໜືອຂອງປະເທດໃນເດືອນມັງກອນ ທີ່ຜ່ານມາ.