ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນຈັດຊື້ເຂົ້າກິນຂອງກຳລັງ ແລະ ນັກໂທດ-ຜູ້ຖືກຫາ ປະຈຳປີ 2019 ໃນວັນທີ 26 ກຸມພາ ໂດຍ ມີ ພັທ ລຳຄູນ ວໍລະວົງ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າຫ້ອງພາລາທິການ ປກສ ແຂວງ, ມີບັນດາຄະນະຫ້ອງ, ຄະນະພະ ເເນກ, ບັນດາທ່ານເຈົ້າຂອງໂຮງສີເຂົ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເປັນການປະຕິບັດຕາມຂໍ້ຕົກລົງຂອງທ່ານຫົວໜ້າກອງບັນຊາການ ປກສ ແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ແລະ ການອະນຸມັດຈັດຊື້ເຂົ້າກິນຂອງກຳລັງ ແລະ ນັກໂທດ-ຜູ້ຖືກຫາ ປະຈຳປີ 2019 ໃຫ້ຖືກຕ້ອງ-ສອດຄ່ອງ ແລະ ຮັດກຸມຕາມລະບຽບຫຼັກການເງື່ອນໄຂທີ່ໄດ້ເຊັນສັນຍາໃນປີຜ່ານມາກັບເຈົ້າຂອງໂຮງສີເຂົ້າຈໍານວນ 11 ໂຮງສີ; ເຊິ່ງຕົວເລກເຂົ້າທີ່ຈັດຊື້ໃນປີ 2019 ມີເຂົ້າອັດຕາຂອງກໍາລັງ ແລະ ນັກ ໂທດ-ຜູ້ຖືກຫາ ຈໍານວນທັງໝົດ 530.000 ກິໂລກຼາມ ໃນລາຄາ 5.000 ກີບ/ກິໂລກຼາມ ລວມມູນຄ່າທັງໝົດ 2.650.000.000 ກີບ; ສ່ວນການສຳລະຄ່າຊື້ເຂົ້າທາງກອງບັນຊາການເປັນຜູ້ສຳລະເງິນຄ່າເຂົ້າລ່ວງໜ້າທັງໝົດໃຫ້ບັນດາໂຮງສີເຂົ້າທີ່ໄດ້ເຊັນສັນຍາໝົດປີ.

ພ້ອມນີ້ກໍໄດ້ເຊັນບົດບັນທຶກຕົກລົງເຫັນດີເປັນເອກະພາບກັນໃນການແບ່ງປັນຕົວເລກໃຫ້ແຕ່ລະໂຮງສີເຂົ້າ ປະຈຳປີ 2019 ລະຫວ່າງກອງບັນຊາການ ປກສ ແຂວງກັບເຈົ້າຂອງໂຮງສີເຂົ້າ.