ກອງບັນຊາການ ປກສ ເມືອງກະລຶມ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າ ປກສ ເມືອງຜູ້ເກົ່າ ແລະ ໃໝ່ ລະຫວ່າງ ພັທ ສົມຫວັງກວດ ແກ້ວມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງກະລຶມ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ພັທ ພູຄຳ ແກ້ວວິນຕານ ຮອງກອງບັນຊາການ ປກສ ເມືອງກະລຶມ ເປັນຫົວໜ້າກອງບັນຊາການ ປກສ ເມືອງກະລຶມ (ຜູ້ໃໝ່).

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2019, ໂດຍການເປັນທານຂອງ ພັທ ສົມສັກ ຂັດຍະວົງ ຮອງກອງບັນຊານ ປກສ ແຂວງເຊກອງ, ໃຫ້ກຽດເຂົ້າ ຮ່ວມໂດຍ ທ່ານ ບຸນໄລ ບຸດຕະວົງ ເລຂາພັກເມືອງເຈົ້າໆກະລຶມ ມີພະນັກງານພະແນການທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ສົມສັກ ຂັດຕິຍະວົງ ໄດ້ເນັ້ນໜັກໃຫ້ຄະນະພັກຮາກຖານ ເພີ່ມທະວີເຄື່ອນໄຫວວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງໃຫ້ເດັດຂາດວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.