ໃນວັນທີ 26 ກຸມພາ 2019, ທ່ານ ມາຊາວ ກິດຕະມູຣະ (Masao KITAMURA) ນາຍບ້ານໆອາວກິ ແຂວງນາກາໂນະ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະໃນໂອກາດທີ່ທ່ານໄດ້ນໍາເຄື່ອງປັ່ນໄຟຟ້າແບບປະສົມພະລັງງານນໍ້າ ແລະ ແສງຕາເວັນ ມາມອບໃຫ້ ຈໍານວນ 1 ເຄື່ອງ ລວມມູນຄ່າ 60.000 ກວ່າໂດລາສະຫະລັດ.

ທ່ານ ມາຊາວ ກິດຕະມູຣະ ກ່າວວ່າ: ຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນຄັ້ງນີ້, ເພື່ອມາຕິດຕັ້ງເຄື່ອງປັ່ນໄຟຟ້າແບບປະສົມພະລັງງານນ້ຳ ແລະ ແສງຕາເວັນ ຢູ່ບ້ານກວ້າຍໝໍ້ ເມືອງຄຳ ແຂວງຊຽງຂວາງ ຈໍານວນ 1 ເຄື່ອງ ລວມມູນຄ່າ 65.538,59 ໂດລາສະຫະລັດ; ເຊິ່ງເປັນເຄື່ອງຜະລິດກະແສໄຟຟ້າຂະໜາດນ້ອຍຮັບໃຊ້ພາຍໃນບ້ານ ເພື່ອເຮັດໃຫ້ບ້ານດັ່ງກ່າວ ມີຄວາມສະດວກສະບາຍໃນການດໍາລົງຊີວິດ ແລະ ເປັນການພັດທະນາເຂດດັ່ງກ່າວໃຫ້ດີຂຶ້ນເລື້ອຍງ.

ໂອກາດດຽວກັນ, ທ່ານເຈົ້າແຂວງໆຊຽງຂວາງ ກໍໄດ້ກ່າວຄຳຂອບໃຈມາຍັງທ່ານນາຍບ້ານໆອາວກິ ແຂວງນາກາໂນະ ກໍຄືລັດຖະບານ ແລະ ປະຊາຊົນຊາວຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອແກ່ປະຊາຊົນບ້ານກ້ວາຍໝໍ້ ແລະ ຈະນຳໃຊ້ອຸປະກອນຜະລິດກະແສໄຟຟ້າດັ່ງກ່າວໃຫ້ຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.