ພິທີປະກາດບ້ານນາລີວ ທີ່ຂຶ້ນກັບກຸ່ມບ້ານ ເທດສະບານເມືອງຊຳເໜືອ ແຂວງຫົວພັນ ເປັນບ້ານວັດທະນະທຳ ຈັດຂຶ້ນໃນວັນທີ 27 ກຸມພາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ອານົງລັກ ແສງສຸລິຍາ ຮອງເຈົ້າເມືອງໆຊຳເໜືອ, ມີບັນດາແຂກ ເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການກ່ຽວຂ້ອງຂັ້ນເມືອງ, ຄະນະອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ເຄນພອນ ສີວິໄຊ ນາຍບ້ານນາລີວ ກ່າວວ່າ: ການສ້າງບ້ານນາລີວ ເປັນບ້ານວັດທະນະທຳ; ເຊິ່ງເປັນບ້ານທີ່ 61 ຂອງເມືອງຊຳເໜືອ ແລະ ເປັນບ້ານທີ່ 422 ຂອງແຂວງຫົວພັນ. ໃນນັ້ນ, ບ້ານນາລີວມີ 226 ຄອບຄົວ, ມີພົນລະເມືອງທັງໝົດ 1.353 ຄົນ ຍິງ 641 ຄົນ ປະກອບມີ 3 ຊົນເຜົ່າຄື: ເຜົ່າລາວລຸ່ມ, ເຜົ່າກຶມມຸ ແລະ ເຜົ່າມົ້ງ. ພາຍຫຼັງມີແຜນການສ້າງເປັນບ້ານວັດທະນະທຳຄະນະບ້ານໄດ້ສຸມໃສ່ວຽກງານຕ່າງໆຕາມ 4 ກຸ່ມ ວຽກຄື: ວຽກງານການເມືອງ-ແນວຄິດ, ຂົງເຂດເສດຖະກິດ-ສັງຄົມ, ຂົງເຂດວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບນັບແຕ່ເລີ່ມຈັດຕັ້ງປະຕິບັດແຜນການດັ່ງກ່າວ ເຫັນໄດ້ວ່າປະຊາຊົນບັນດາເຜົ່າໄດ້ມີການແຂ່ງຂັນກັນຊອກຫາລາຍໄດ້ຕາມເງື່ອນຄວາມສາມາດຂອງຄອບຄົວບົນພື້ນຖານຖືກຕ້ອງຕາມລະ ບຽບກົດໝາຍຂອງບ້ານເມືອງ, ປະກອບສ່ວນເຂົ້າໃນ ວຽກງານຂອງບ້ານ, ອະນຸລັກຮັກສາຮີດຄອງປະເພນີອັນດີງາມສະເພາະຂອງເຜົ່າໃຫ້ຄົງຢູ່ກັບຊາດລາວ ແລະ ລູກຫຼານຕະຫຼອດໄປ.

ຈາກການປະກອບສ່ວນຂອງພໍ່-ແມ່ປະຊາ ຊົນພາຍໃນບ້ານ ເຮັດໃຫ້ແຜນການໃນຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ ສະແດງອອກໃນການສ້າງລາຍຮັບລວມຂອງບ້ານປະຕິບັດໄດ້ 3 ຕື້ 753 ລ້ານກວ່າກີບ, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບ 2 ລ້ານກວ່າກີບຕໍ່ຄົນຕໍ່ປີ, ຜ່ານການກວດກາປະເມີນຜົນຕາມ 5 ເງື່ອນໄຂຂອງການສ້າງຄອບຄົວ ແລະ ບ້ານວັດທະນະທຳເຫັນວ່າ ມີ 202 ຄອບຄົວ ທີ່ໄດ້ຮັບໃບຢັ້ງຢືນຄອບຄົວວັດທະນະທຳ ເທົ່າກັບ 89% ຂອງຈຳນວນຄອບຄົວທັງໝົດ.