ທ້າຍອາທິດຜ່ານມານີ້, ໜ່ວຍສະຫະພັນແມ່ຍິງຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ໂດຍການ ເປັນປະທານຂອງສະຫາຍ ພັຕ ນາງ ຈັນສະໝອນ ສີຈະເລີນ ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງສັນຕິບານ ແລະ ເຂົ້າຮ່ວມມີສະຫາຍ ພັທ ຄຳແພງ ອິນທະວັງ ຄະນະພັກຮາກຖານ ຫົວໜ້າຮອງຫ້ອງສັນຕິບານ ປກສ ແຂວງອຸດົມໄຊ, ມີບັນດາຄະນະໜ່ວຍແມ່ຍິງອ້ອມຂ້າງ ຕະຫຼອດຮອດສະມາຊິກແມ່ຍິງພາຍໃນຫ້ອງເຂົ້າຮ່ວມ.

ສະຫາຍ ພັຕ ນາງ ຈັນສະໝອນ ສີຈະເລີນ ໄດ້ຜ່ານບົດສະຫຼຸບຕະຫຼອດໄລຍະ 3 ປີຜ່ານມາ (2015-2018) ໄດ້ໃຫ້ຮູ້ວ່າ: ໜ່ວຍແມ່ຍິງຫ້ອງສັນຕິບານ ປະກອບມີ 2 ຫ້ອງ 1 ໜ່ວຍທີ່ຂຶ້ນກັບສະຫະພັນແມ່ຍິງຮາກຖານກອງບັນຊາການ ປກສ ແຂວງ, ມີສະມາຊິກທັງໝົດ 17 ສະຫາຍ, ເຂົ້າເປັນສະມາຊິກພັກສົມບູນ 11 ສະຫາຍ, ສໍາຮອງ 1 ສະຫາຍ. ໃນນີ້, ສະເໜີເລື່ອນຊັ້ນໄດ້ 6 ສະຫາຍ, ສະເໜີຍ້ອງຍໍຜົນງານປະເພດຕ່າງໆໄດ້ 35 ສະ ຫາຍ, ສົ່ງໄປຍົກລະດັບວິຊາສະເພາະຊັ້ນກາງ 2 ສະຫາຍ; ຄຽງຄູ່ກັນນີ້, ຍັງໄດ້ຊຸກຍູ້ສະມາຊິກເອົາໃຈໃສ່ເຄື່ອນໄຫວສ້າງແຫຼ່ງລາຍຮັບເຂົ້າໜ່ວຍ, ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຕາມເງື່ອນໄຂ ແລະ ຄວາມອາດສາມາດ ເພື່ອຍົກລະດັບທາງດ້ານຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ອອກແຮງງານອະນາໄມລວມ 128 ຄັ້ງ, ເຂົ້າຮ່ວມຂະບວນການແຂ່ງຂັນກິລາ-ວັນນະຄະດີໄດ້ 15 ຄັ້ງ ມີ 95 ແຮງງານ ແລະ ຜົນງານ ດ້ານອື່ນໆ.

ໃນພິທີຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະຊຸດໃໝ່ ໂດຍມີຜູ້ສະໝັກ ຈຳນວນ 5 ສະຫາຍ, ເລືອກເອົາ 3 ສະ ຫາຍ, ຜ່ານການປ່ອນບັດກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາ ສະຫາຍ ຮອ ນາງ ພົມມີ ແກ້ວດວງຈັນ ເປັນຫົວໜ້າ, ຮອ ນາງ ສາຍ ລໍມ່ວນອີງ ເປັນຮອງ ແລະ ຮອ ນາງສາຍ ສະໝອນ ສຸລິເດດ ເປັນຄະນະ ສະຫະ ພັນແມ່ຍິງຫ້ອງສັນຕິບານຊຸດໃໝ່.

ໃນວັນດຽວກັນ, ໜ່ວຍສະຫະພັນແມ່ຍິງຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງອຸດົມໄຊ ຍັງໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ພ້ອມ ທັງປ່ອນບັດເລືອກຕັ້ງເອົາຄະນະໜ່ວຍແມ່ຍິງຊຸດໃໝ່ ໂດຍການເປັນປະທານຂອງສະຫາຍ ພັຕ ນາງ ທອງມະນີ ບຸນຈະເລີນ ຫົວໜ້າໜ່ວຍແມ່ຍິງຄ້າຍຄຸມຂັງ-ດັດສ້າງ, ເຂົ້າຮ່ວມມີ ສະຫາຍ ພັທ ຄຳພອນ ແພງນະສີ ຮອງເລຂາໜ່ວຍພັກ ຫົວໜ້າຮອງຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ມີບັນດາຄະນະໜ່ວຍແມ່ຍິງຫ້ອງ, ກອງອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.