ໃນວັນທີ 5 ມີນາ ນີ້, ທ່ານ ຈາງ ເຍ່ສຸຍ ໂຄສົກສະພາປະຊາຊົນແຫ່ງຊາດ (NPC) ກ່າວເຖິງແຜນຈັດການງົບປະມານດ້ານຄວາມໝັ້ນຄົງແຫ່ງຊາດປະຈຳປີ 2019 ວ່າ ຈະຢູ່ທີ່ 1.9 ລ້ານລ້ານຢວນ ເພີ່ມຂຶ້ນຈາກງົບປະ ມານດ້ນຄວາມໝັ້ນຄົງປະຈຳປີ 2018, ເຊິ່ງຢູ່ທີ່ 1.11 ລ້ານລ້ານຢວນ. ແຕ່ເມື່ອທຽບເປັນອັດຕາສ່ວນພົບວ່າ ເພີ່ມຂຶ້ນໜ້ອຍລົງ ເນື່ອງຈາກງົບປະມານປີ 2019 ເພີ່ມຂຶ້ນ 7,5% ຈາກປີ 2018, ໃນຂະນະທີ່ງົບປະມານຂອງ 2018 ເພີ່ມຂຶ້ນ 8,1% ຈາກຂອງປີ 2017.

ທ່ານ ຈາງ ເຍ່ສຸຍ ກ່າວອີກວ່າ ອັດຕາສ່ວນຂອງງົບປະມານດ້ານການປ້ອງກັນປະເທດປະຈຳປີ 2019 ແມ່ນເປັນໄປຕາມສະຖານະການທາງເສດຖະກິດຂອງປະເທດທີ່ຂະຫຍາຍຕົວຊ້າ ໂດຍລາຍງານຢ່າງບໍ່ເປັນທາງການ ໃຫ້ຮູ້ວ່າ ລັດຖະບານຈີນ ກຳນົດເປົ້າໝາຍການຂະຫຍາຍຕົວຂອງຜະລິດຕະພັນລວມພາຍໃນປະເທດ (GDP) ລະຫວ່າງ 6,0%-6,5% ເທົ່ານັ້ນໃນປີ 2019 ຫຼຸດລົງ 0,1% ຈາກປີ 2018; ເຊິ່ງໃນເລື່ອງດັ່ງກ່າວນີ້, ທ່ານ ຫຼີເຄີ່ສຽງ ກ່າວວ່າ ຈີນ ຈະເພີ່ມການລົງທຶນດ້ານລະບົບໂຄງສ້າງພື້ນຖານ ແລະ ການສົ່ງເສີມກິດຈະການຂອງຜູ້ປະກອບການຍ່ອຍ ແລະ ຂະໜາດກາງໃຫ້ຫຼາຍຂຶ້ນ ໂດຍໜຶ່ງໃນນະໂຍບາຍສະໜັບສະໜູນຄື ການຫຼຸດພາສີ ແລະ ຄ່າທຳນຽມອື່ນໆ ລວມເກືອບ 2 ລ້ານລານຢວນ.

ແນວໃດກໍຕາມ, ລັດຖະບານຈີນ ຢືນຢັນວ່າ ການຈັດງົບປະມານຄ້ານຄວາມໝັ້ນຄົງແຫ່ງຊາດ ແມ່ນເພື່ອປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ປັກປົກຮັກສາປະເທດເທົ່ານັ້ນ ໂດຍງົບປະມານດ້ານການປ້ອງກັນປະເທດຂອງຈີນນັ້ນມີຈຳນວນຫຼາຍ ແລະ ຈຳນວນນວນທະຫານຫຼາຍທີ່ສຸດໃນໂລກ ຄື: ຫຼາຍກວ່າ 2 ລ້ານຄົນທີ່ສັງກັດໃນກອງທັບປົດປ່ອຍປະຊາຊົນຈີນ (PLA). ແຕ່ຍັງຖືວ່າ ຫ່າງໄກຈາກສະຫະລັດ ອາເມລິກາ ຫຼາຍ, ເຊິ່ງສູງເຖິງ 716.000 ລ້ານໂດລາສະຫະລັດ, ເຊິ່ງທ່ານ ຈາງ ເຍ່ສຸຍ ກ່າວວ່າ ຈີນ ຈະເພີ່ມພັດທະນາການຜະລິດຍຸດໂທປະກອນດ້ວຍຕົນເອງຫຼາຍຂຶ້ນ ເຊັ່ນ: ເຮືອບັນທຸກເຮືອບຶນ ແລະ ການຍົກລະດັບໜ່ວຍງານໄຊເບີທາງທະຫານ.