ໃນວັນ 4 ມີນາ ນີ້ວ່າ: ຟິລິບປິນ ຖືເປັນອີກໜຶ່ງປະເທດຂອງເສັ້ນທາງຂົນສົ່ງ ແລະ ລັກລອບຄ້າສັດປ່າທີ່ສຳຄັນ ຕາມການລາຍງານຂອງກະຊວງການຕ່າງປະເທດສະຫະລັດ ອາເມລິກາ ໃນປີ 2018.

ຫຼ້າສຸດ, ທ່ານ ນາງ ຄາເມລິຕາ ຕາລຸຊານ ຫົວໜ້າຝ່າຍພາສີສະໜາມບິນນານາຊາໃນນະຄອນຫຼວງມະນິລາຂອງຟິລິບປິນ ຖະແຫຼງການວ່າ ເຈົ້າໜ້າທີ່ກວດພົບເຕົ່າມີຊີວິດຈຳນວນ 1.530 ໂຕທີ່ຊຸກເຊື່ອງໄວ້ຢູ່ໃນກະເປົາເດີນທາງຂອງຜູ້ໂດຍສານຊາວຟິລິບປິນຄົນໜຶ່ງ, ເຊິ່ງເດີນທາງມາຈາກຮົງກົງ ເຖິງສະໜາມບິນນານາຊາດນະຄອນຫຼວງມະນິລາ ມີເຕົ່າບາງໂຕຢູາໃນສະພາບຖືກສະກັອດເທບພັນຮອບໂຕ ເພື່ອບໍ່ໃຫ້ມັນເຄື່ອນໄຫວປະປົນໄວ້ກັບເສື້ອຜ້າໃນກະເປົາ, ເຈົ້າໜ້າທີ່ກວດພົບໃນລະຫວ່າງການກວດເອັກຊະເຣກະເປົາດັ່ງກ່າວ ແຕ່ຊາຍເຈົ້າຂອງກະເປົາໄດ້ຫຼົບໜີໄປໄດ້ກ່ອນທີ່ຈະຖືກເຈົ້າໜ້າທີ່ຈັບກຸມ.

ຫົວໜ້າຝ່າຍພາສີປະຈຳສະໜາມບິນນານາຊາດໃນນະຄອນຫຼວງມະນິລາ ກ່າວອີກວ່າ ເຈົ້າໜ້າທີ່ພະຍາຍາມດູແລເຕົ່າເຫຼົ່ານີ້ ເພື່ອບໍ່ໃຫ້ມັນບາດເຈັບ ເພາະບາງໂຕຖືກພັນດ້ວຍສະກັອດເທບ. ຄະດີດັ່ງກ່າວນີ້, ຢູູ່ລະຫວ່າງການສອບສວນຂອງເຈົ້າໜ້າທີ່ ເພື່ອຫາທາງຈັບກຸມຊາຍເຈົ້າຂອງກະເປົາ, ເຊິ່ງກະທຳຜິດກົດໝາຍຄ້າສັດປ່າ ໂດຍຜິດກົດໝາຍລະມີໂທດຈຳຄຸກເຖິງ 2 ປີ. ສຳລັບເຕົ້າທີ່ຢຶດມາໄດ້ນັ້ນ ມີມູນຄ່າປະມານ 4.5 ລ້ານເປໂຊ (ຝ 87.000 ໂດລາສະຫະລັດ) ແລະ ມີເຕົ່າດາວອິນເດຍ ຮ່ວມຢູ່ນຳອີກ.