ບ້ານຫ້ວຍຊໍາອໍ້ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງ-ແຂວງໄຊຍະບູລີ ມີທີ່ຕັ້ງຫ່າງຈາກເທດສະບານເມືອງປະມານ 30 ກິໂລແມັດ, ມີ 27 ໜ່ວຍຄຸ້ມຄອງ, ມີ 272 ຄອບຄົວ, ມີປະຊາກອນ 1.800 ກວ່າຄົນ ຍິງ 800 ຄົນ; ເຊິ່ງໃນໄລຍະຜ່ານມາ ປະຊາຊົນບ້ານດັ່ງກ່າວແມ່ນມີຄວາມຫຍຸ້ງຍາກລໍາບາກໃນການດໍາລົງຊີວິດ ຍ້ອນຂາດນໍ້າກິນ-ນໍາໃຊ້.

ໂຄງການກໍ່ສ້າງລະບົບນໍ້າລິນທີ່ເອກອັກຄະລັດຊະທູດຍີ່ປຸ່ນ ປະຈໍາລາວ ໄດ້ໃຫ້ທຶນອັນມະຫາສານແກ່ບ້ານຫ້ວຍຊໍາອໍ້ ເພື່ອຊ່ວຍສ້າງລະບົບນໍ້າລິນ ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນພຶດສະພາ ຫາ ເດືອນສິງຫາ 2018 ແມ່ນສໍາເລັດ 100% ໂດຍມີໜ້າວຽກກໍ່ສ້າງຫົວງານ 1 ແຫ່ງ, ຂຸດຮ່ອງ ແລະ ວາງທໍ່ນໍ້າແຕ່ຫົວງານຫາບ່ອນຕິດຕັ້ງອ່າງມີຄວາມຍາວ 5.200 ແມັດ, ກໍ່ສ້າງອ່າງລົດຄວາມດັນນໍ້າ 1 ແຫ່ງ, ອ່າງເກັບນໍ້າຂະໜາດ 42 ແມັດ ກ້ອນ 1 ອ່າງ, ຕັ້ງເສົາເບຕົງຂ້າມນໍ້າ 1 ຈຸດ, ວາງທໍ່ ແລະ ຕິດຕັ້ງກັອກນໍ້າ 18 ກ້ອກ, ກໍ່ສ້າງຝາຍຕັນນໍ້າຍາວ 7 ແມັດ, ກໍ່ ສ້າງອ່າງຂະໜາດນ້ອຍມີ 3 ຫ້ອງ ພ້ອມດ້ວຍລະບົບເປີດ-ປິດ, ກໍ່ສ້າງອ່າງເກັບນໍ້າ 42 ແມັດກ້ອນ ລວມມູນຄ່າ 80.000 ໂດລາສະຫະລັດ. ໃນນັ້ນ, ທຶນຊ່ວຍເຫຼືອລ້າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ມູນຄ່າ 72.000 ໂດລາສະ ຫະລັດ, ທຶນສົມທົບຈາກປະຊາຊົນບ້ານຫ້ວຍຊໍາອໍ້ 83 ລ້ານກວ່າກີບ.

ພິທີມອບ-ຮັບໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນທ້າຍເດືອນກຸມພາຜ່ານມາ, ເປັນກຽດເຂົ້າຮ່ວມມີທ່ານ ພົງສະ ຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ຕາເກສິ ຮີກິຮາລະ ເອກອັກຄະລັດຊະທູດຍີ່ປຸ່ນ ປະຈໍາລາວ ພ້ອມພັນລະຍາ, ມີລັດຖະມົນຕີກະຊວງສາທາລະນະສຸກ, ພະນັກງານການນໍາຂອງແຂວງ, ພະນັກງານຫຼັກແຫຼ່ງຂອງເມືອງໄຊຍະບູລີ ແລະ ປະຊາຊົນບ້ານຫ້ວຍຊໍາອໍ້ເຂົ້າຮ່ວມ.