ສ ເກົາຫຼີ ແລະ ສປ ຈີນ ກຽມເພີ່ມຄວາມຮ່ວມມືໃນການເຮັດຝົນທຽມ ເພື່ຫວັງບັນເທົາມົນລະພິດທາງອາກາດທີ່ກັບມາປົກຄຸມນ່ານຟ້າສ່ວນໃຫຍ່ຂອງນະຄອນຫຼວງໂຊນ ນານ 1 ອາທິດແລ້ວ.

ໃນວັນທີ 8 ມີນາ ນີ້, ທ່ານ ໂຊມະຍອງ ແຮ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງ ສ ເກົາຫຼີ ກ່າວວ່າ ລັດຖະບານ ກຳລັງເພີ່ມການປະສານງານກັບຈີນ ໃນການບັນເທົາຄວາມຮ້າຍແຮງຂອງມົນລະພິດທາງອາກາດ ໂດຍສະເພາະໃນຝັ່ງຕາເວັນຕົກຂອງປະເທດ ລວມທັງນະຄອນຫຼວງໂຊນຂອງ ສ ເກົາຫຼີ ໂດຍມາດຕະການທີ່ຢູ່ການພິຈາລະນາ ລວມເຖິງການທົດລອງເຮັດຝົນທຽມຄັ້ງໃໝ່ໃນແຫຼມເກົາຫຼີ ແລະ ເທິງນ່ານຟ້າບາງສ່ວນຂອງຈີນ ນຳອີກ.

ສ ເກົາຫຼີ ທົດລອງເຮັດຝົນທຽມຄັ້ງທໍາອິດຂອງປີນີ້ໃນເດືອນມັງກອນ ທີ່ຜ່ານມາ ດ້ວຍຄວາມຫວັງວ່າ ຈະມີປະສິດທິພາບ ແລະ ສາມາດບັນເທົາຄວາມຮ້າຍແຮງຂອງກຸ່ມຄວັນພິດ ແລະ ຝຸ່ນລະອອງໃນອາກາດໄດ້. ແຕ່ຍັງບໍ່ທັນປະສົບຄວາມສຳເລັດເທົ່າທີ່ຄວນ ໂດຍປັດຈຸບັນ ສ ເກົາຫຼີ ເປັນໜຶ່ງປະເທດເຂດອາຊີຕາເວັນອອກສຽງເໜືອ ທີ່ກຳລັງປະສົບບັນຫາມົນລະພິດທາງອາກາດຈາກຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ 2,5 ໄມຄຣອນ ຫຼື 2,5 ໄມໂຄຣກຼາມຕໍ່ 1 ລູກບາດແມັດ ທີ່ເອີ້ນວ່າ PM 2,5; ເຊິ່ງກັບມາປົກຄຸມນ່ານຟ້າສ່ວນໃຫຍ່ຂອງນະຄອນຫຼວງໂຊນ ຕັ້ງອາທ້າຍອາທີ່ກ່ອນ ແລະ ປັດຈຸບັນ, ມີການຫຼຸດລົງສ່ວນໜຶ່ງແລ້ວ. ແຕ່ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງ ສ ເກົາຫຼີ ຢືນຢັນຍັງບໍ່ພົບຫຼັກຖານວ່າລົມຝຸ່ນທີ່ພັດເຂົ້າມາທາງຕາເວັນຕົກນັ້ນມາຈາກຈີນ.