ເຈົ້າໜ້າທີ່ຈີນ ດຳເນີນຄະດີກັບຜູ້ຖືກຫາ 11 ຄົນທີ່ກ່ຽວຂ້ອງກັບການລັກລອບນຳເຂົ້າກະເພາະປາທີ່ໄດ້ຈາກປາໂທທົວບາທີ່ຢູ່ໃນຕະກຸນປາຈວດ ມູນຄ່າ 119 ລ້ານໂດລາສະຫະລັດ, ເຊິ່ງຖືເປັນການກວາດລ້າງຄັ້ງໃຫຍ່ຂະບວນການຄ້າສັດໃກ້ສູນພັນທີ່ຖືກນຳຊິ້ນສ່ວນມາປຸງຢາຈີນ.

ເຈົ້າໜ້າທີ່ຈີນໃນເມືອງຈຽງເໝິນມົນທົນກວາງຕຸ້ງທາງພາກໃຕ້ຂອງຈີນ ກ່າວວ່າ ຜູ້ຖືກຫາທັງໝົດ 11 ຄົນ ຖືກຕັ້ງຂໍ້ຫາລັກລອບນຳເຂົ້າກະເພາະປາເກືອບ 20.000 ຊິ້ນ ຈາກປະເທດເມັກຊິກ ລວມມູນຄ່າ 119 ລ້ານໂດລາສະຫະລັດ, ກຸ່ມຜູ້ຖືກຫາຂົນສົ່ງຊິ້ນສ່ວນປາດັ່ງກ່າວເປັນຈຳນວນຫຼວງຫຼາຍ ແລະ ຂາຍໃຫ້ກັບຜູ້ບໍລິໂພກໃນປະ ເທດຈີນ ໂດຍໄດ້ດຳເນີນການມາເປັນເວລາ 3 ປີ ໂດຍເສັ້ນທາງລຳລຽງຜ່ານຫຼາຍປະເທດໃນອາຊີຕາເວັນອອສຽງໃຕ້ ເຊັ່ນ: ກຳປູເຈຍ ແລະ ຫວຽດນາມ, ເຊິ່ງເຈົ້ານ້າທີ່ກຳລັງສອບສວນຂະຫຍາຍຜົນຢູ່ໃນຂະນະນີ້.

ເມັກຊິກ ໄດ້ຮຽກຮ້ອງໃຫ້ຈີນ ປາບປາມການຄ້າປາໂທທົວບາ ຫຼື ປາຈວດເມັກຊິໂກ ມາເປັນເວລາຫຼາຍປີ ເນື່ອງຈາກມີຄວາມກັງວົນວ່າ ການປະມົງທີ່ຜິດກົດໝາຍໃນອ່າວກາລິຟໍເນຍ ທີ່ລັກລອບຈັບປາໂທທົວບາ ແລະ ເປັນທີ່ຕ້ອງການຂອງຕະຫຼາດໃນອາຊີນັ້ນ ມັກຈະເຮັດໃຫ້ປາໂລມາວາກີຕາ ມາຣີນາ ໄປຕິດຕາຂ່າຍຈັບປາຂອງຊາວປະມົງນຳ. ປາໂລມາວາກີຕາ ມີຈຳນວນຫຼຸດລົງເລື້ອຍໆ ຢູ່ໃນສະພາວະສ່ຽງໃກ້ສູນພັນຢູ່ໃນຂະນະນີ້. ປາໂລມາວາກີຕາ ເປັນປາໂລມາຂະໜາດນ້ອຍ ແລະ ເປັນສາຍພັນຫາຍາກ ມີຖິ່ນອາໃສຢູ່ໃນທະເລເຂດປະເທດເມັກຊິກ.