ສື່ຕ່າງປະເທດໃຫ້ຮູ້ວ່າ: ເຈົ້າໜ້າທີ່ກູ້ໄພ ພົບຜູ້ເສຍຊີວິດແລ້ວ 12 ຄົນ ແລະ ບາດເຈັບອີກ 6 ຄົນ ຈາກເຫດການນ້ຳຖ້ວມໃນນະຄອນເຊົາເປົາໂລ ປະເທດເບຣຊິນ ຍ້ອນມີຝົນຕົກລົງມາຢ່າງໜັກ.

ເຈົ້າໜ້າທີ່ກູ້ໄພພົບຜູ້ເສຍຊີວິດ 4 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ ຈາກເຫດການເຮືອນພັງລົງມາທັບ ແລະ ອີກສ່ວນໜຶ່ງເສຍຊີວິດຍ້ອນດິນເຈື່ອນ, ຂະນະທີ່ທີມງານກູ້ໄພຕ້ອງເລັ່ງຊ່ວຍເຫຼືອປະຊາຊົນທີ່ຍັງຄົງຕິດຄ້າງຢູ່ຕາມເຮືອນໃນພື້ນທີ່ນ້ຳຖ້ວມ ແລະ ດິນເຈື່ອນໃນນະຄອນເຊົາເປົາໂລ ທີ່ເປັນເມືອງສູນກາງເສດຖະກິດຂອງເບຣຊິນ ເຊິ່ງມີປະຊາຊົນອາໄສຢູ່ປະມານ 20 ລ້ານຄົນ; ນອກນັ້ນ, ຈາກສະພາບຝົນທີ່ຕົກລົງມາຢ່າງໜັກ ໄດ້ສົ່ງຜົນໃຫ້ເກີດມີນ້ຳຖ້ວມໃນຫຼາຍພື້ນທີ່, ຖະໜົນຫຼາຍສາຍບໍ່ສາມາດສັນຈອນໄປ-ມາໄດ້, ພ້ອມດຽວກັນນັ້ນ ໄຟຟ້າ ແລະ ບໍລິການຂົນສົ່ງໂດຍສານກໍຖືກຕັດຂາດໃນບາງພື້ນທີ່ນ້ຳຖ້ວມຫຼາຍ.