ໃນລະຫວ່າງວັນທີ 5-7 ມີນາ 2019, ທີ່ເມືອງໄຊພູທອງ ແລະ ເມືອງສອງ ຄອນ ແຂວງສະຫວັນນະເຂດ, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະ ພາແຫ່ງຊາດ ທັງເປັນສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ 13 ແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍ ແຜ່ຜົນສໍາເລັດກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະ ພາແຫ່ງຊາດ (ສພຊ) ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I.

ໃນພິທີ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ກຸ່ມບ້ານພັດທະນາ ພ້ອມທັງຮັບຟັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການດໍາລົງຊີວິດຂອງປະຊາຊົນ; ຈາກນັ້ນ, ບັນ ດາທ່ານ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ຕາມລໍາດັບ.

ການລົງພົບປະປະຊາຊົນຄັ້ງນີ້ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈການດໍາເນີນກອງປະ ຊຸມ, ການພິຈາລະນາຮັບຮອງ ແລະ ຕົກລົງບັນຫາທີ່ສໍາຄັນຂອງຊາດ-ຂອງແຂວງ, ພ້ອມກັນນັ້ນ, ກໍເຮັດໃຫ້ປະຊາຊົນຮັບຮູ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາແຂວງທີ່ມີຕໍ່ປະຊາຊົນ.

ພ້ອມທັງຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງປະຊາຊົນ, ເຊິ່ງເຫັນວ່າມີຂໍ້ຫຍຸ້ງຍາກຫຼາຍດ້ານທີ່ຈະຕ້ອງປັບປຸງ ແກ້ໄຂ ເປັນຕົ້ນແມ່ນປະກົດການຫຍໍ້ທໍ້ພາຍໃນເມືອງ ແລະ ບ້ານ, ການແກ້ໄຂຄະດີມີຄວາມຊັກຊ້າ, ເສັ້ນທາງມີຄວາມຫຍຸ້ງຍາກ ເຊັ່ນ: ເສັ້ນທາງເລກ 10 ບ້ານເດື່ອ-ເມືອງວິລະບູລີ ແລະ ເສັ້ນອື່ນໆອີກ.