ສະພາບການໄຟຟ້າມອດໃນປະເທດເວເນຊູເອລາ ຍັງສືບຕໍ່ມາເຖິງມື້ນີ້, ໂຮງຮຽນ, ໂຮງໝໍ, ສຳນັກງານ-ອົງການຕ່າງໆຍັງບໍ່ສາມາດເປີດນຳໃຊ້ໄດ້, ຫຼ້າສຸດຂ່າວຕ່າງປະເທດລາຍງານມີຜູ້ເສຍຊີວິດແລ້ວ 17 ຄົນ ຍ້ອນບໍ່ມີໄຟຟ້າໃຊ້.

ຕາມຂ່າວຕ່າງປະເທດໃນວັນທີ 12 ມີນາ 2019 ໃຫ້ຮູ້ວ່າ: ລັດຖະບານເວເນຊູເອລາ ໄດ້ສັ່ງໃຫ້ປິດທຳການສະຖານທີ່ຕ່າງໆ ທັງໂຮງຮຽນ, ໂຮງໝໍ ແລະ ສຳນັກງານ-ອົງການຕ່າງໆ ຕັ້ງແຕ່ວັນທີ 11 ມີນາ 2019 ເນື່ອງຈາກເກີດສະພາບໄຟຟ້າມອດຕັ້ງແຕ່ວັນທີ 7 ມີນາ ເປັນຕົ້ນມາ, ຫຼ້າສຸດມີລາຍງານວ່າມີຜູ້ເສຍຊີວິດ 17 ຄົນ ຈາກເຫດການໄຟຟ້າມອດ ແລ້ວເກີດຄວາມວຸ້ນວາຍພາຍໃນເມືອງ.

ປະຊາຊົນໃນເມືອງຫຼວງກາຣາກັດສ໌ ເວົ້າວ່າ: ຍ້ອນໄຟຟ້າມອດເປັນເວລາຫຼາຍມື້ຕິດຕໍ່ກັນ ເຮັດໃຫ້ເກີດມີກຸ່ມແກ້ງອາດຊະຍາກຳຫຼາຍແກ້ງ ໂດຍສະເພາະໃນເວລາກາງຄືນ ໄດ້ມີກຸ່ມແກ້ງຂັບຂີ່ລົດຈັກກໍ່ກວນສ້າງຄວາມບໍ່ສະຫງົບພາຍໃນເມືອງດ້ວຍການຍິງປືນຂຶ້ນຟ້າເພື່ອຂົ່ມຂູ່, ຮ້ານຄ້າຫຼາຍແຫ່ງ ລວມເຖິງເຮືອນປະຊາຊົນຖືກປຸ້ນ.

ຈາກສະພາບການດັ່ງກ່າວ, ໄດ້ສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນທີ່ພົບກັບຄວາມຫຍຸ້ງຍາກລຳບາກ, ອິນເຕີເນັດບໍ່ສາມາດໃຊ້ງານໄດ້ ລວມເຖິງໂທລະສັບມືຖື, ຕູ້ກົດເງິນອັດຕະໂນມັດ,​ ທະນາຄານຫຼາຍແຫ່ງປິດການເຮັດວຽກ, ປະຊາຊົນສ່ວນໃຫຍ່ບໍ່ສາມາດຊື້ອາຫານໃຫ້ຄອບຄົວໄດ້ ເນື່ອງຈາກຮ້ານຄ້າຫຼາຍແຫ່ງຖືກປຸ້ນ, ສ່ວນທີ່ຍັງເປີດຢູ່ກໍຮັບແຕ່ເງິນໂດລາສະຫະລັດ ບໍ່ຮັບສະກຸນເງິນຂອງປະເທດຕົນເອງ; ສ່ວນອີກສະຖານທີ່ໜຶ່ງທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ກໍຄືໂຮງໝໍ, ຜູ້ປ່ວຍໜັກຫຼາຍຄົນທີ່ຢູ່ໃນຫ້ອງມໍລະສຸມໄດ້ເສຍຊີວິດລົງ ເນື່ອງຈາກເຄື່ອງຊ່ວຍຫາຍໃຈບໍ່ເຮັດວຽກ ຍ້ອນບໍ່ມີໄຟຟ້າ, ນອກນັ້ນ ຍັງມີລາຍງານວ່າມີເດັກນ້ອຍເກີດໃໝ່ເສຍຊີວິດນຳອີກ, ເຖິງພາກສ່ນວກ່ຽວຂ້ອງໄດ້ນຳຈັກປັ່ນໄຟໄປຕິດຕັ້ງໃນພາຍຫຼັງແລ້ວກໍຕາມ ແຕ່ຄວາມສັບສົນວຸ້ນວາຍພາຍໃນໂຮງໝໍຍັງຄົງມີຢູ່.

ນອກຈາກເມືອງຫຼວງກາຣາກັດສ໌ ທີ່ພົບກັບສະພາບໄຟຟ້າດັບແລ້ວ, ຍັງມີອີກ 16 ລັດໃນທົ່ວປະເທດທີ່ພົບບັນຫາໄຟຟ້າດັບເປັນໄລຍະ, ເຊິ່ງຂ່າວໃຫ້ຮູ້ວ່າພາກສ່ວນຫົວໜ່ວຍທຸລະກິດຂອງເອກະຊົນໄດ້ຮັບຄວາມເສຍຫາຍແລ້ວປະມານ 400 ລ້ານໂດລາສະຫະລັດ ແລະ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 17 ຄົນ.