ວັນທີ 12 ມີນາຜ່ານມາ, ຮອນດາ ບໍລິສັດຜະລິດ ແລະ ຂາຍລົດຍົນ ຊື່ດັງຂອງຍີ່ປຸ່ນ ໄດ້ຖະແຫຼງການຮຽກຄືນລົດທີ່ຜະລິດຈາກບໍລິສັດຂອງຕົນເອງ ຈຳນວນ 1,2 ລ້ານກວ່າຄັນ ໃນທະວີບອາເມລິກາກາງ ແລະ ອາເມລິກາເໜືອ ທີ່ຖືກຜະລິດໃນລະຫວ່າງປີ 2001-2016 ເພື່ອນຳໄປປ່ຽນຖົງລົມນິລະໄພໃໝ່, ພາຍຫຼັງເກີດອຸບັດຕິເຫດທີ່ລັດແມຣີແລນ ສະຫະລັດ ອາເມລິກາ ເມື່ອຕົ້ນປີ 2018 ແລະ ຜ່ານການກວດສອບຢ່າງລະອຽດຈາກບໍລິສັດ ຮ່ວມກັບສຳນັກງານຄວາມປອດໄພດ້ານການຈະລາຈອນທາງຖະໜົນຫຼວງຂອງອາເມລິກາ ພົບວ່າຖົງລົມນິລະໄພເບື້ອງຄົນຂັບມີບັນຫາ ເຊິ່ງຖືກຕິດຕັ້ງໂດຍໂຮງງານຜະລິດຖົງລົມນິລະໄພຂອງຍີ່ປຸ່ນຊື່ວ່າ ທາກາຕະ ຕັ້ງຢູ່ໃນປະເທດເມັກຊິກ.

ເຈົ້າຂອງລົດທຸກຄັນຈະໄດ້ຮັບເອກະສານແຈ້ງເຕືອນພາຍໃນເດືອນເມສານີ້ ແລະ ບໍລິສັດຮອນດາ ຈະສະເໜີໃຫ້ຢືມລົດໄປໃຊ້ແບບບໍ່ເສຍຄ່າ ໃນລະຫວ່າງຕິດຕັ້ງຖົງລົມນິລະໄພໃໝ່.