ໂບອິງ ເປີດເຜີຍ ໃນວັນທີ 18 ມີນາ ທີ່ຜ່ານມາ ວ່າ: ບໍລິສັດກຳລັງເລັ່ງອັບເດດຊັອບແວ ແລະ ປັບປຸງການຝຶກຝົນນັກບິນ ທີ່ກ່ຽວຂ້ອງກັບ ລະບົບການຄວບຄຸມການບິນ MCAS (Maneuvering Characteristic Augmentation System) ໃນເຮືອບິນ ໂບອິງ 737 ແມັກສ໌ ໂດຍການດຳເນີນການກຳລັງຢູ່ໃນຂັ້ນຕອນສຸດທ້າຍ ຫຼັງຈາກທີ່ເຮືອບິນລຸ້ນດັ່ງກ່າວ ປະສົບອຸບັດຕິເຫດຕົກເຖິງ 2 ຄັ້ງ ພາຍໃນເວລາບໍ່ເຖິງ 5 ເດືອນ.

ສຳນັກຂ່າວຊິນຫົວຂອງຈີນ ລາຍງານວາ:

ທ່ານ ເດນນິສ ມຸຍເລນເບີກ ປະທານບໍລິຫານຂອງ ບໍລິສັດໂບອິງ ກ່າວວ່າ ບໍລິສັດກຳລັງອັບເດດຊັອບແວ ແລະ ປັບປຸງການຝຶກຝົນນັກບິນ ເຊິ່ງຈະເຮັດໃຫ້ສາມາດຈັດການກັບພຶດຕິກຳ ທີ່ກ່ຽວຂ້ອງກັບ ການຄວບຄຸມຖ້ຽວບິນ ທີ່ຕ້ອງໃຊ້ລະບົບ MCAS ໃນກໍລະນີທີ່ຕ້ອງຕອບສະໜອງກັບຂໍ້ມູນເຊນເຊີທີ່ຜິດພາດ.

ກ່ອນໜ້ານີ້, ກະຊວງຄົມມະນາຄົມ ເອທິໂອເປຍ ລະບຸວ່າ:

ຂໍ້ມູນການບິນຈາກເຮືອບິນ ໂບອິງ 737 ແມັກສ໌ ສາຍການບິນເອທິໂອເປຍ ທີ່ປະສົບອຸບັດຕິເຫດຕົກໃນອາທິດຜ່ານມາ ບົ່ງຊີ້ວ່າ ຄ້າຍຄືກັບ ກໍລະນີຂອງເຮືອບິນ ໂບອິງ 737 ແມັກສ໌ 8 ຂອງສາຍການບິນໄລອອນແອ ຂອງອິນໂດເນເຊຍ ທີ່ປະສົບອຸບັດຕິເຫດຕົກທີ່ທະເລຊວາ ໃນເດືອນຕຸລາ ປີຜ່ານມາ.

ເຮືອບິນ ໂບອິງ 737 ແມັກສ໌

ທັ້ງນີ້, ຈະມີການເປີດເຜີຍລາຍງານ ການສະຫຼຸບເບື້ອງຕົ້ນຢ່າງເປັນທາງການ ກ່ຽວກັບ ຜົນການກວດສອບເລື່ອງນີ້ ພາຍໃນ 30 ມື້ ແຕ່ຫຼັກຖານທີ່ຄົ້ນພົບ ບົ່ງຊີ້ວ່າ: ມີຄວາມຄ້າຍຄືກັນລະຫວ່າງ ອຸບັດຕິເຫດທັງສອງຄັ້ງທີ່ເກີດກັບເຮືອບິນໂດຍສານລຸ້ນດຽວກັນ ເຊິ່ງຈະເປັນເລື່ອງທີ່ຈະມີການນຳໄປສຶກສາຕໍ່ ໃນຂັ້ນຕອນຂອງການສອບສວນ ເພື່ອຫາສາເຫດທີ່ແທ້ຈິງຂອງອຸບັດຕິເຫດ ທີ່ເຮັດໃຫ້ຜູ້ໂດຍສານເສຍຊີວິດທັງໝົດ.