ເຫດດິນເຈື່ອນໃນເຂດເສົ້າຫຼິງ ແລະ ເຂດຫຼິນເຟິນ

ໃນວັນທີ 17 ມີນາ ທີ່ຜ່ານມາ, ເຈົ້າໜ້າທີ່ມົນທົນຊານຊີ ທາງພາກເໜືອຂອງຈີນ ຖະແຫຼງລາຍລະອຽດກ່ຽວກັບ ເຫດດິນເຈື່ອນໃນເຂດເສົ້າຫຼິງ ແລະ ເຂດຫຼິນເຟິນ ໃນເວລາປະມານ 18:10 ໂມງ ຂອງວັນທີ 15 ມີນາ ຜ່ານມາ ວ່າ: ມີອາຄານທີ່ຢູ່ອາໄສ ເສຍຫາຍ 2 ຫຼັງ ລວມທັງບ້ານພັກ ແລະ ໂຮງອາບນໍ້າສາທາລະນະ ຢ່າງລະ 1 ຫຼັງ.

ໃນທີ່ເກີດເຫດ ພົບຜູ້ເສຍຊີວິດຈຳນວນ 7 ຄົນ, ທາງດ້ານເຈົ້າໜ້າທີ່ ຊ່ວຍເລືອອອກມາຈາກຊາກເປ່ເພ ແລ້ວນຳຕົວສົ່ງໄປໂຮງໝໍ 16 ຄົນ ໃນຈຳນວນນີ້ເສຍຊີວິດຢູ່ໂຮງໝໍ ຈຳນວນ 3 ຄົນ ແລະ ຍັງມີປະຊາຊົນຫາຍສາບສູນອີກ 10 ຄົນ.

ຂະນະນີ້, ໜ່ວຍກູ້ໄພຍັງຄົງໃຊ້ໝາດົມກິ່ນ ແລະ ເຄື່ອງມືກູ້ໄພ ລະດົມກຳລັງຊ່ວຍເຫຼືອ ແລະ ຄົ້ນຫາຜູ້ຫາຍສາບສູນຄົນອື່ນໆ ຢ່າງຕໍ່ເນື່ອງ.