ລົດໄຟສິນຄ້າ ຕົກລາງ ໃນກົງໂກ

ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ແພດ ສາທາລະນະລັດ ປະຊາທິປະໄຕ ກົງໂກ ໃນອາຟຣິກກາກາງ ແຈ້ງວ່າ: ເກີດເຫດລົດໄຟສິນຄ້າ ຕົກລາງໃນວັນທີ 17 ມີນາ ທີ່ຜ່ານມາ ເຊິ່ງມີຜູ້ທີ່ແອບລີ້ຢູ່ໃນລົດໄຟ ເສຍຊີວິດແລ້ວ 24 ຄົນ ສ່ວນຫຼາຍເປັນເດັກນ້ອຍ ແລະ ມີຜູ້ບາດເຈັບ 31 ຄົນ.

ເຫດດັ່ງກ່າວເກີດຂຶ້ນທີ່ແຂວງຄາໄຊ ທາງພາກກາງໄປຫາທາງທິດຕາເວັນຕົກ ຂອງປະເທດ, ເຈົ້າໜ້າທີ່ລົດໄຟ ແຈ້ງວ່າ ກູ້ສົບໄດ້ແລ້ວ 24 ສົບ ເຊິ່ງຄາດວ່າຕົວເລກຈະເພີ່ມຂຶ້ນອີກ ເພາະຍັງມີອີກຫຼາຍຕູ້ຂະບວນ ພິກຄວໍ່າ, ຫຼາຍຕູ້ຂະບວນຕົກລົງໄປໃນແມ່ນໍ້າ ແຕ່ເຈົ້າໜ້າທີ່ຕ້ອງຢຸດການຄົ້ນຫາຫຼັງຈາກຟ້າມືດ ແລະ ຜູ້ປະສົບເຫດສ່ວນຫຼາຍ ເປັນຜູ້ທີ່ແອບລີ້ຢູ່ໃນລົດໄຟ ເພາະລົດໄຟຂະບວນນີ້ເປັນລົດໄຟສິນຄ້າ; ທາງດ້ານເຈົ້າໜ້າທີ່ໂຮງໝໍ ແຈ້ງວ່າ ກຳລັງເຮັດວຽກຢ່າງຮີບດ່ວນ ເພາະມີຜູ້ບາດເຈັບຖືກສົ່ງຕົວມາເປັນຈຳນວນຫຼາຍ ຈົນເຖິງຂະນະນີ້ຮັບຜູ້ບາດເຈັບແລ້ວ 31 ຄົນ.

ສາທາລະນະລັດ ປະຊາທິປະໄຕ ກົງໂກ ເກີດອຸບັດຕິເຫດທາງລົດໄຟ ເປັນຄັ້ງທີ 3 ແລ້ວ ໃນຮອບໜຶ່ງເດືອນ; ທັ້ງນີ້, ເອເອບພີ ລະບຸວ່າ: ສາເຫດເກີດຈາກລາງລົດໄຟ ແລະ ຂະບວນລົດໄຟ ຊຸດໂຊມ ເພາະໃຊ້ງານມາຕັ້ງແຕ່ທົດສະວັດປີ 1960.