ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບພະແນກຕໍາຫຼວດຈະລາຈອນ ແຂວງບໍລິຄໍາໄຊ ລົງໂຄສະນາປູກຈິດສຳນຶກຫຼັກການຂັບຂີ່ປອດໄພໃຫ້ບັນດາໂຮງຮຽນມັດທະຍົມ 3 ແຫ່ງ; ໃນນີ້, ມີໂຮງຮຽນ ມສ ໜອງບົວ ເມືອງປາກຊັນ, ໂຮງຮຽນ ມສ ສົມມຸງຄຸນ ແລະ ໂຮງຮຽນ ມສ ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃນລະຫວ່າງວັນ ທີ 12-14 ມີນາ 2019 ນີ້, ນໍາໂດຍ ທ່ານ ບຸນຄໍາ ທໍາມະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ພັຕ ບຸນມີ ລໍວັນໄຊ ຮັກສາການຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ມີຄະນະອຳ ນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນ 500 ກ່ວາຄົນເຂົ້າຮ່ວມ.

ເອກະສານທີ່ນໍາມາເຜີຍແຜ່ໂຄສະນາໃນຄັ້ງນີ້ ປະກອບມີ: ກົດໝາຍວ່າດ້ວຍຈະລາຈອນທາງບົກ, ສາລະບານ ເດີນລົດ, ວິທີການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ການຂັບຂີ່ລົດໃຫຍ່ ການຂັບຂີ່ລົດໄຖນາເດີນຕາມ, ບັນດາ ປ້າຍຫ້າມ, ປ້າຍເຕືອນ ແລະ ຫຼັກການ ຂັບຂີ່ລົດ ປອດໄພ. ພ້ອມນີ້, ຍັງໄດ້ຍົກໃຫ້ຮູ້ກ່ຽວກັບດຳລັດ 188/ນຍ ເພື່ອໃຫ້ນ້ອງນັກຮຽນຮູ້ຈັກເຄົາລົບກົດລະ ບຽບຈະລາຈອນ ແລະ ຍົກໃຫ້ຮູ້ກ່ຽວກັບມາດຕະການປັບໃໝຕ່າງໆ ເມື່ອນັກ ຂັບຂີ່ລະເມີດກົດລະບຽບຈະລາຈອນ; ພ້ອມດຽວກັນນ້ອງນັກຮຽນຍັງໄດ້ຮັບຊົມພາບວິດີໂອເຫການຕົວຈິງຂອງການເກີດອຸບັດຕິເຫດຈາກການບັນທຶກພາບຂອງກ້ອງວົງຈອນປິດຢູ່ບັນດາໄຟ ແດງ, ຕົວເມືອງ ແລະ ຕາມເສັ້ນທາງ ຕ່າງໆ ຮູ້ໄດ້ຜົນຮ້າຍ ແລະ ອັນຕະລາຍ ຂອງການເກີດອຸບັດຕິເຫດ, ຂັບຂີ່ລົດ ໂດຍປະໝາດ, ດື່ມເຫຼົ້າເມົາແລ້ວຂັບ ຫຼື ອາຍຸບໍ່ເຖິງກະສຽນຂັບຂີ່ລົດ ແລະ ຂັບ ຂີ່ລົດບໍ່ໃຫ້ກຽດເຊິ່ງກັນແລະກັນ ທີ່ເປັນສາຍເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດ.
ທ່ານ ບຸນຄໍາ ທໍາມະວົງ ກ່າວວ່າ: ການເຜີຍແຜ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ ນ້ອງໆນັກຮຽນ ແລະ ຄູ-ອາຈານຜູ້ໃຊ້ ລົດ-ໃຊ້ຖະໜົນໄດ້ຮັບຮູ້ເຂົ້າໃຈ ແລະ ປະຕິບັດກົດລະບຽບຈາລະຈອນຢ່າງ ເຂັ້ມງວດ ເພື່ອຫຼີກລ່ຽງຈາກການເກີດອຸບັດຕິເຫດ, ເຊິ່ງຈະນຳມາເຖິງຜົນເສຍຫາຍທາງດ້ານວັດຖຸ, ຊັບສິນ ແລະ ສຸຂະພາບ ຮ້າຍແຮງໄປກວ່ານັ້ນກໍເຖິງຂັ້ນ ເສຍຊີວິດ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ນ້ອງນັກຮຽນ ແລະ ພະນັກງານ-ຄູອາ ຈານຜູ້ທີ່ນໍາໃຊ້ລົດ-ໃຊ້ຖະໜົນຕາມເສັ້ນ ທາງຕ່າງໆໃຫ້ເອົາໃຈໃສ່ຮຽນຮູ້ ແລະ ເຂົ້າ ໃຈແຈ້ງພາກທິດສະດີຂັ້ນພື້ນຖານໃນ ການສັນຈອນຕາມເສັ້ນທາງຫຼວງໃນເວ ລາເດີນທາງຂັບຂີ່ລົດເພື່ອໃຫ້ມີຄວາມ ເປັນເອກະພາບກັນນຳໄປຈັດຕັ້ງປະຕິ ບັດໃຫ້ໄດ້ຮັບຜົນດີ.