ຕໍາຫຼວດ ຈັບກຸມມືປືນກໍ່ເຫດຍິງຄົນ ເທິງລົດລາງ ໃນໂຮນລັງ

0
1128

ໃນວັນທີ 19 ມີນາ, ເຈົ້າໜ້າທີ່ຕຳຫຼວດໂຮນລັງ ສາມາດຈັບກຸມຕົວ ກັອດເມນ ທານິສ ຊາວຕັວກກີ ອາຍຸ 37 ປີ ເຊິ່ງເປັນມືປືນກໍ່ເຫດຍິງຄົນໃນລົດລາງຂະບວນໜຶ່ງ ໃຈກາງເມືອງອູເທຣສ ປະເທດໂຮນລັງ ຈົນເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 9 ຄົນ.

ຜູ້ກໍ່ເຫດໃນຄັ້ງນີ້ ຊື່ ກັອດເມນ ທານິສ ຊາວຕັວກກີ ອາຍຸ 37 ປີ

ທ່ານ ມາກ ຣຸດ ນາຍົກລັດຖະມົນຕີ ໂຮນລັງ ໄດ້ປະກາດຈັດກອງປະຊຸມສຸກເສີນ ໃນວັນທີ 19 ມີນາ ທັນທີ ຂະນະທີ່ສະແດງຄວາມກັງວົນຕໍ່ເຫດການດັ່ງກ່າວ.

ສຳນັກງານຕໍ່ຕ້ານການກໍ່ການຮ້າຍຂອງໂຮນລັງ ລະບຸວ່າ:

ເຫດເກີດຂຶ້ນທີ່ ໃຈກາງເມືອງອູເທຣສ ປະເທດໂຮນລັງ

ເຫດການຍິງຄົນດັ່ງກ່າວ ເປັນການກໍ່ການຮ້າຍ ຂະນະທີ່ທາງເຈົ້າໜ້າທີ່ ກໍຍົກລະດັບເຕືອນໄພກໍ່ການຮ້າຍ ສູ່ຂັ້ນສູງສຸດ ໃນເມືອງອູເທຣສ ແລ້ວ.

ແນວໃດກໍຕາມ, ລາຍງານຂ່າວຈາກ ໄອຍະການໂຮນລັງ ລະບຸວ່າ: ການຍິງຄົນໃນຄັ້ງນີ້ ອາດມີສາເຫດມາຈາກຄວາມຄັດແຍ້ງພາຍໃນຄອບຄົວ ໂດຍມືປືນດັ່ງກ່າວໄດ້ກໍ່ເຫດຍິງໃສ່ພີ່ນ້ອງຂອງຕົນ ໃນລົດລາງ ແລະ ກໍຍິງໄປໃສ່ຜູ້ທີ່ຕ້ອງການເຂົ້າມາຊ່ວຍເຫຼືອ.

ການຍິງຄົນໃນຄັ້ງນີ້ ອາດມີສາເຫດມາຈາກຄວາມຄັດແຍ້ງພາຍໃນຄອບຄົວ