ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມີນາ ນີ້ວ່າ:  ທ່ານ ຟິລິບເປ ເອັນຍູຊີ ປະທານາທິບໍດີຂອງໂມຊຳບິກ ກ່າວຫຼັງລົງພື້ນທີ່ເມືອງເບຣາທາງພາກກາງຂອງປະເທດ, ເຊິ່ງເປັນເຂດທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດຈາກອິດທິພົນຂອງພາຍຸໄຊໂຄລນອີດາຍ (Idai) ທີ່ມີຄວາມໄວລົມໃກ້ສູນກາງ 170 ກິໂລແມັດຕໍ່ຊົ່ວໂມງພັດຖະຫຼົ່ມທາງພາກຕາເວັນອອກສຽງໃຕ້ຂອງທະວິບອາຟຣິກກາ ໃນທ້າຍອາທິດຜ່ານມາວ່າ ຈຳນວນຜູ້ເສຍຊີວິດຢ່າງເປັນທາງການສະເພາະໃນໂມຊຳບິກ ມີຢ່າງໜ້ອຍ 84 ຄົນ. ແຕ່ເຈົ້າໜ້າທີ່ຄາດວ່າຈຳນວນຜູ້ເສຍຊີວິດໃນທົ່ວປະເທດອາດຈະເພີ່ມຂຶ້ນຫຼາຍກວ່າ 1.000 ຄົນ ເນື່ອງຈາກວ່າຍັງມີບ້ານຂອງປະຊາຊົນຫຼາຍແຫ່ງຖືກນ້ຳພັດໄປຕາມກະແສນ້ຳ ແລະ ດິນຖະຫຼົ່ມທັບຢູ່ພື້ນດິນ.

ຂະນະທີ່ລັດຖະບານຂອງປະເທດຊິມບຳເວ ລາຍງານຈຳນວນຜູ້ເສຍຊີວິດຈາກອິດທິພົນຂອງພາຍຸອີດາຍ ວ່າເພີ່ມເປັນຢ່າງໜ້ອຍ 98 ຄົນ. ແຕ່ຍັງສູນຫາຍອີກ 200 ກວ່າຄົນ ແລະ ກະຊວງການເງິນ ໄດ້ມີການຈັດສັນງົບປະມານສຸກເສີນ 18 ລ້ານໂດລາສະຫະລັດ ໃຫ້ກັບໜ່ວຍງານທີ່ກ່ຽວຂ້ອງໃນການມອບຄວາມຊ່ວຍເຫຼືອດ້ານມະນຸດສະທຳ ແລະ ເລັ່ງສ້ອງແປງລະບົບໂຄງສ້າງພື້ນຖານໃນປະເທດ, ສ່ວນປະທານາທິບໍດີ ເອັມເມີສັນ ມະນັງກາກະວາ ຜູ້ນຳຊິມບຳເວ ຍົກເລີກກຳນົດການເດີນທາງໄປຢ້ຽມຢາມເອເມຣັດ ອາຣັບ (UAE). ສ່ວນປະເທດມາລາວີ ຍັງມີຈຳນວນຜູ້ເສຍຊີວິດ 56 ຄົນຄືເກົ່າຕັ້ງແຕ່ອາທິດທີ່ຜ່ານມາ.

          ພ້ອມດຽວກັນນັ້ນ, ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCHA) ແລະ ສະຫະພັນສາກົນ ແລະ ສະພາກາແດງລະຫວ່າງປະເທດ (IFRC) ຍັງສືບຕໍ່ພະຍາຍາມສົ່ງສົ່ງເຄື່ອງຊ່ວຍເຫຼືອເຂົ້າສູ່ພື້ນທີ່ປະສົບໄພຢ່າງຕໍ່ເນື່ອງ ແຕ່ຍັງພົບຄວາມຫຍຸ້ງຍາກຍ້ອນເສັ້ນທາງຫຼາຍແຫ່ງຖືກຕັດຂາດຈາກກະແສນ້ຳໄຫຼແຮງ ແລະ ເຈົ້າໜ້າທີ່ໄດ້ໃຊ້ເຮືອບິນຢ່ອນເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພບ່ອນທີ່ລົດເຂົ້າໄປບໍ່ເຖິງແທນ.