ໃນວັນທີ 18 ມີນາ ນີ້ວ່າ: ທ່ານ ເດນນິດ ມຸຍເລນເບິກ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງບໍລິສັດ ໂບອິ້ງ ກ່າວວ່າ ບໍລິສັດໄດ້ເອົາໃຈໃສ່ທຸກຂັ້ນຕອນຂອງການເຮັດວຽກມາຕະ ຫຼອດກ່ຽວກັບຊີວິດ ແລະ ຄວາມປອດໄພຂອງຜູ້ໂດຍສານ. ນັບຕັ້ງແຕ່ເກີດເຫດໂສກນາຕະກຳ 2 ຄັ້ງກັບເຮືອບິນໂບອິ້ງ 737 ແມ໊ກ 8 ພາຍໃນໄລຍະເວລາຫ່າງກັນບໍ່ຮອດເຄິ່ງປີ ຄື: ເຮືອບິນໂບອິ້ງຂອງສາຍການບິນໄລອອນແອ ຕົກໃນທະເລຊະວາປະເທດອິນໂດເນເຊຍ ໃນເດືອນຕຸລາ 2018, ເຊິ່ງມີຜູ້ເສຍຊີວິດ 189 ຄົນ ແລະ ເຮືອບິນໂບອິ້ງຂອງສາຍການບິນເອທິໂອປຽນ ແອລາຍ ຕົກໃນວັນທີ 10 ມີນາ ທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 157 ຄົນ, ຍິ່ງເພີ່ມກະຕຸ້ນໃຫ້ບໍລິສັດ ໂບອິ້ງ ເລັ່ງປັບປຸງຄຸນນະພາບ ແລະ ແກ້ໄຂບັນຫາຂໍ້ບົກພ່ອງທີ່ເກີດຂຶ້ນໃຫ້ໄວທີ່ສຸດ.

ທ່ານ ເດນນິດ ມຸຍເລນເບິກ ຢືນຢັນວ່າ ຊັອບແວລຸ້ນໃໝ່ສຳລັບໂບອິ້ງ 737 ແມ໊ກທຸກລຸ້ນຈະອອກໃຊ້ງານພາຍໃນອະນາຄົດອັນໃກ້ນີ້ ແລະ ທ່ານກ່າວອີກວ່າ ເຈົ້າໜ້າທີ່ທຸກຄົນຂອງໂບອິ້ງ ຍັງມີຄວາມເສຍໃຈເປັນຢ່າງຍິ່ງຕໍ່ເຫດໂສກນາຕະກຳທີ່ເກີດຂຶ້ນກັບໄລອອນແອ ແລະ ເອທິໂອປຽນ ແອລາຍ ແລະ ຂໍໂທດຕໍ່ຜູ້ໂດຍສານຂອງສາຍການບິນທຸກແຫ່ງທີ່ຄຳສັ່ງຂອງລັດຖະບານຫຼາຍກວ່າ 50 ປະເທດໃນການຢຸດໃຊ້ງານ ຫຼື ຫ້າມເຮືອບິນໂບອິ້ງ 737 ແມ໊ກທຸກແບບບິນຜ່ານນ່ານຟ້າ, ເຊິ່ງເພີ່ມຄວາມຫຍຸ້ງຍາກໃຫ້ກັບການເດີນທາງ.

ແນວໃດກໍຕາມ, ສື່ທ້ອງຖິ່ນຫຼາຍແຫ່ງໃນສະຫະລັດ ລາຍງານໃຫ້ຮູ້ວ່າ ກະຊວງຍຸຕິທຳ ແລະ ກະຊວງຄົມມະນາຄົມ ເລີ່ມກວດສອບຄວາມສຳພັນລະຫວ່າງໂບອິ້ງ ກັບສຳນັກງານບໍລິຫານແຫ່ງຊາດ (FAA) ຍ້ອນສຳນັກງານບໍລິຫານແຫ່ງຊາດ ອອກໃຊອະນຸຍາດຮັບຮອງຄຸນນະພາບຂອງເຮືອບິນ 737 ແມ໊ກ ແລະ ຄະນະຜູ້ພິພາກສາໃຫຍ່ແຫ່ງສານນະຄອນຫຼວງວໍຊິງຕັນ ອອກໝາຍເຊີນບຸກຄົນຢ່າງໜ້ອຍ 1 ຄົນ ຈາກໂບອິ້ງໃຫ້ເຂົ້າພົບໃນວັນທີ 11 ມີນາ ທີ່ຜ່ານມາ ວັນດຽວຫຼັງຈາກເຮືອບິນຂອງສາຍການບິນເອທິໂອປຽນ ແອລາຍ ປະສົບອຸບັດຕິເຫດ.