ໂບອິງ ບໍລິສັດຜູ້ຜະລິດເຮືອບິນ ສະຫະລັດ ອາເມລິກາ ເຊີນນັກບິນ, ຜູ້ຊ່ຽວຊານທາງເຕັກນິກ ແລະ ເຈົ້າໜ້າທີ່ ລວມຫຼາຍກວ່າ 200 ຄົນ ເຂົ້າຮັບຟັງການໃຫ້ຂໍ້ມູນເລື່ອງການປັບປຸງເຮືອບິນ ໂບອິງ 737 ແມັກສ໌

ໃນວັນທີ 25 ມີນາ, ໂບອິງ ບໍລິສັດຜູ້ຜະລິດເຮືອບິນ ສະຫະລັດ ອາເມລິກາ ເຊີນນັກບິນ, ຜູ້ຊ່ຽວຊານທາງເຕັກນິກ ແລະ ເຈົ້າໜ້າທີ່ ລວມຫຼາຍກວ່າ 200 ຄົນ ເຂົ້າຮັບຟັງການໃຫ້ຂໍ້ມູນເລື່ອງການປັບປຸງເຮືອບິນ ໂບອິງ 737 ແມັກສ໌ ໂດຍຫວັງໄດ້ຮັບການສະໜັບສະໜຸນໃຫ້ສາມາດນຳເຮືອບິນລຸ່ນນີ້ ກັບມາໃຫ້ບໍລິການທາງການຄ້າອີກຄັ້ງ.

ການເຊີນໄປຮັບຟັງຂໍ້ມູນ ທີ່ເມືອງເຣນຕັນ ລັດວໍຊິງຕັນ ໃນວັນທີ 27 ມີນານີ້ ຕາມເວລາ ສະຫະລັດ ອາເມລິກາ ສົ່ງສັນຍານວ່າ ໂບອິງ ໃກ້ສຳເລັດການປັບປຸງຊັອບແວແລ້ວ ເຖິງວ່າຍັງຕ້ອງໄດ້ຮັບການອະນຸມັດຈາກທາງການ ກໍຕາມ.       

ໂບອິງ ຖະແຫຼງວ່າ:

ການຮັບຟັງຂໍ້ມູນ ເປັນສ່ວນໜຶ່ງຂອງການສ້າງຄວາມເຂົ້າໃຈກັບຜູ້ໃຊ້ເຮືອບິນ 737 ແມັກສ໌ ທັ້ງໃນປັດຈຸບັນ ແລະ ອະນາຄົດ ແລະ ເຈົ້າໜ້າທີ່ເບິ່ງແຍງໃນ ສະຫະລັດ ອາເມລິກາ; ພ້ອມນັ້ນ, ໂບອິງ ຈະປະສານງານກັບລູກຄ້າ ແລະ ເຈົ້າໜ້າທີ່ຢ່າງໃກ້ຊິດ ເລື່ອງການປັບປຸງຊັອບແວ ແລະ ການຝຶກອົບຮົມເຮືອບິນລຸ່ນນີ້.

ກ່ອນໜ້ານີ້, ຄະນະເຮັດວຽກຂອງສາຍການບິນ ສະຫະລັດ ອາເມລິກາ 3 ແຫ່ງ ໄດ້ຮ່ວມຮັບຟັງການປັບປຸງຊັອບແວ 737 ແມັກສ໌ ທີ່ເມືອງເຣນຕັນ ໄປແລ້ວ ໃນວັນທີ 23 ມີນາ ທີ່ຜ່ານມາ; ຂະນະທີ່ ເຈົ້າໜ້າທີ່ສອບສວນ ສະຫະລັດ ອາເມລິກາ ກຳລັງລໍຖ້າຂໍ້ມູນການປັບປຸງຂອງໂບອິງ ເພື່ອພິຈາລະນາຫາຂໍ້ບົກພ່ອງ ຫຼັງເຮືອບິນລຸ່ນນີ້ຕົກສອງລຳ ໃນເວລາຫ່າງກັນບໍ່ເຖິງ 5 ເດືອນ ໂດຍມີລັກສະນະການຕົກຄ້າຍກັນ ແລະ ເຮັດໃຫ້ຄົນທີ່ຢູ່ໃນເຮືອບິນ ເສຍຊີວິດທັງລຳ ລວມ 346 ຄົນ.