ມາເລເຊຍ ແລະ ຫຼາຍປະເທດໃນອາຊຽນ ກຳລັງປະເຊີນກັບບັນຫາ ການຂາດເຂີນນໍ້າໃຊ້ ຢ່າງໜັກ ເນື່ອງຈາກບໍ່ມີຝົນຕົກມາຫຼາຍອາທິດແລ້ວ

ໃນວັນທີ 24 ມີນາ ທີ່ຜ່ານມາ, ທ່ານ ຊາເວຍ ຊະຍະກຸມານ ລັດຖມົນຕີວ່າການ ກະຊວງ ນໍ້າ ດິນ ແລະ ຊັບພະຍາກອນທຳມະຊາດ ມາເລເຊຍ ເຕືອນວ່າ: ດ້ວຍສະພາບອາກາດຮ້ອນຮຸນແຮງທີ່ດຳເນີນຢູ່ ໃນຂະນະນີ້, ລັດຢະໂຮ, ເນກຣີເຊມບີລັນ, ເປຣະ, ເກດະ, ປະຫັງ ແລະ ກຼັນຕັນ ເກີດວິກິດແຫ້ງແລ້ງ ແລະ ຂາດເຂີນນໍ້າຢ່າງໜັກ.

ເຊິ່ງ ທ່ານ ຊາເວຍ ກ່າວວ່າ:

“ ການໃຊ້ນໍ້າ ບໍ່ວ່າຈະໃຊ້ໃນຊີວິດປະຈຳວັນ, ພາກອຸດສາຫະກຳ ແລະ ກະສິກຳ ໂດຍສະເພາະ ຊາວນາ ຈຳເປັນຕ້ອງຈັດການໃໝ່ ໂດຍໃຊ້ວິທີຈັດແບ່ງນໍ້າ ຫຼື ປັບເວລາປູກເຂົ້າ ”

ເຂື່ອນ 3 ແຫ່ງ ໃນລັດເກດະ 1 ແຫ່ງ ແລະ ຢະໂຮ 2 ແຫ່ງ, ຕອນນີ້ ມີນໍ້າປະມານ 50% ສ່ວນເຂື່ອນບູກິຕົກວອງ ໃນກຼັນຕັນ ຕອນນີ້ ມີນໍ້າປະມານ 37%.

ຂະນະນີ້ ຫຼາຍພື້ນທີ່ຂອງມາເລເຊຍ ກຳລັງພົບກັບຄື້ນຄວາມຮ້ອນ, ຄາດວ່າ ອຸນຫະພູມຈະສູງເຖິງ 40 ອົງສາເຊ, ບາງພື້ນທີ່ຝົນບໍ່ຕົກມາຫຼາຍອາທິດແລ້ວ ເຊັານ: ທີ່ເມືອງເຊຕິອູ ລັດຕຣັງການູ ຝົນຖິ້ມຊ່ວງຕົກໄປ 31 ມື້ ແລະ ລັດຮູລູເປຣະ 56 ມື້.

ອີກຫຼາຍພື້ນທີ່ໃນລັດເກດະ, ປະຫັງ ແລະ ຕຣັງການູ ຕົກຢູ່ໃນສະພາບອັນຕະລາຍ ເຊິ່ງປະລິມານຝົນຕົກສະສົມ ໃນລະດູແຫ້ງແລ້ງ ຕໍ່າສຸດເປັນປະຫວັດສາດ. ນອກຈາກ ຕຣັງການູ ແລ້ວ ຍັງມີອີກ 5 ລັດ ທີ່ຝົນຕົກຕໍ່າກວ່າຄ່າສະເລ່ຍຂອງ ເດືອນເມສາ-ພຶດສະພາ ເຖິງ 25%.

ທ່ານລັດຖະມົນຕີ ມາເລເຊຍ ກ່າວຕື່ມວ່າ:

ສະຖານະການແບບນີ້ ຈະເຮັດໃຫ້ອາກາດຮ້ອນ ແລະ ແຫ້ງແລ້ງ, ນໍ້າໃນແມ່ນໍ້າລຳຄອງ ແລະ ເຂື່ອນ ເຫືອດແຫ້ງໝົດ;

ປະລິມານນໍ້າເຮັດນາ ຈາກແມ່ນໍ້າມູດາ, ເກດະ ແລະ ມະລະກາ ຄາດວ່າຈະຂາດເຂີນ ໃນໄລຍະທີ່ຕ້ອງໃຊ້ນໍ້າເຮັດການກະສິກຳ ສູງສຸດ ເດືອນມີນາ ແລະ ເມສານີ້ ເຊິ່ງເຂື່ອນຈຳເປັນຕ້ອງນໍ້າຫຼາຍຂຶ້ນດ້ວຍ.

ທາງດ້ານ ກົມຊົນລະປະທານ ແລະ ລະບາຍນໍ້າ ແນະນໍາໃຫ້ທາງການລັດ ປ່ອຍນໍ້າຈາກເຂື່ອນທີ່ກ່ຽວຂ້ອງ ດ້ວຍຄວາມລະມັດລະວັງ.

ນອກຈາກນີ້, ອາກາດຮ້ອນ ແລະ ແຫ້ງແລ້ງ ຍັງເປັນເຫດໃຫ້ເກີດໄຟໄໝ້ປ່າ 1.856,25 ໄລ່ ທີ່ເມືອງເຊຕິອູ ລັດຕຣັງການູ ເຊິ່ງໄຟໄດ້ເລີ່ມຂຶ້ນຕັ້ງແຕ່ວັນທີ 20 ມີນາ ຜ່ານມາ ແລະ ເຈົ້າໜ້າທີ່ ສະກັດໄວ້ໄດ້ ໃນວັນທີ 23 ມີນາ ຜ່ານມາ.

ຂະນະນີ້, ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ ກຳລັງປະສົບບັນຫາໄພແຫ້ງແລ້ງ, ທີ່ເປັນໂດ່ງດັງກໍຄົງໜີບໍ່ພົ້ນ ເຂດເມໂທຣມະນິລາ ແລະ ແຂວງຣິຊັນ ຂອງ ຟິລິບປິນ ທີ່ປະຊາຊົນຕ້ອງເອົາຖັງໄປຢືນຖ້າລົດນໍ້າ, ບາງຄັ້ງກວ່າລົດນໍ້າຈະມາ ຕ້ອງລໍຈົນເຖິງທ່ຽງຄືນ ແລະ ລາຄາຖັງໃສ່ນໍ້າ ກໍເພີ່ມຂຶ້ນເຖິງ 3 ເທົ່ານຳອີກ. ສ່ວນທີ່ເມືອງປາຊິກ ກໍຖືເປັນອີກພື້ນທີ່ໜຶ່ງ ທີ່ປະສົບບັນຫາໜັກ ປະຊາຊົນບໍ່ມີນໍ້າໃຊ້ເລີຍຈັກຢົດ ເປັນເວລາດົນຫຼາຍອາທິດແລ້ວ.

ສ່ວນທີ່ ກຳປູເຈຍ, ທ່ານ ຮຸນເຊນ ນາຍົກລັດຖະມົນຕີ ເປີດເຜີຍວ່າ: ຂະນະນີ້ ປະເທດຂາດເຂີນໄຟຟ້າ ຢູ່ທີ່ 400 ເມກາວັດ ເຮັດໃຫ້ເກີດໄຟດັບ ເຊິ່ງສາເຫດກໍມາຈາກປັດໄຈທຳມະຊາດ ນັ້ນກໍຄື ພາວະຮ້ອນແຫ້ງແລ້ງ ແລະ ຂາດນໍ້າ ມາຕັ້ງແຕ່ເດືອນກຸມພາ.

ທ່ານ ຮຸນເຊນ ກ່າວວ່າ:

“ ການປ່ຽນແປງສະພາບອາກາດ ບໍ່ໄດ້ສ້າງບັນຫາກັບ ກຳປູເຈຍ ແຕ່ພຽງປະເທດດຽວ ແຕ່ກະທົບທົ່ວທັ້ງພາກພື້ນ, ເຮົາຕ້ອງການນໍ້າມາຜະລິດກະແສໄຟຟ້າ, ຂ້າພະເຈົ້າຂໍໃຫ້ປະຊາຊົນ ຢ່າປ່ອຍນໍ້າເສຍໄປຫຼ້າໆ, ເຮົາຍັງຕ້ອງພົບກັບລະດູແຫ້ງແລ້ງ ອີກດົນນານໄປຈົນເຖິງ ເດືອນມິຖຸນາ ”