ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ເດີນທາງໄປເປັນປະທານເປີດໃຊ້ງານລົດໄຟຟ້າໃຕ້ດິນ ສາຍທຳອິດຂອງປະເທດ ທີ່ສະຖານີລົດໄຟຟ້າ ອິສໂຕຣາ ໃນນະຄອນຫຼວງຈາກາຕາ

ໃນວັນທີ 24 ມີນາ ທີ່ຜ່ານມາ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ເດີນທາງໄປເປັນປະທານເປີດໃຊ້ງານລົດໄຟຟ້າໃຕ້ດິນ ສາຍທຳອິດຂອງປະເທດ ທີ່ສະຖານີລົດໄຟຟ້າ ອິສໂຕຣາ ໃນນະຄອນຫຼວງຈາກາຕາ ເຊິ່ງຖືວ່າເປັນໂຄງການລົດໄຟຟ້າໃຕ້ດິນ ໄລຍະທຳອິດ ແລະ ສາຍທຳອິດຂອງປະເທດ ໄລຍະທາງ 16 ກິໂລແມັດ, ມີສະຖານີຕາມເສັ້ນທາງທັງໝົດ 13 ສະຖານີ, ຈຳນວນນີ້ 6 ສະຖານີ ຢູ່ໃຕ້ດິນ ແລະ 7 ສະຖານີ ຕັ້ງຢູ່ລະດັບພື້ນດິນ ແລະ ແລ່ນລະຫວ່າງເຂດ Cilandak ທາງໃຕ້ຂອງນະຄອນຫຼວງຈາກາຕາ ໄປຍັງອະນຸສາວະລີ Selamat Datang.

ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜຸນດ້ານເງິນທຶກຈາກ ບໍລິສັດຍີ່ປຸ່ນ ມູນຄ່າສູງເຖິງ 26.000 ລ້ານໂດລາ ເຊິ່ງເປັນໂຄງການລົດໄຟຟ້າພຽງສອງເສັ້ນທາງເທົ່ານັ້ນ.

ໂຄງການລົດໄຟຟ້າໃຕ້ດິນ ໄລຍະທຳອິດ ແລະ ສາຍທຳອິດຂອງປະເທດ ໄລຍະທາງ 16 ກິໂລແມັດ

ສຳລັບລົດໄຟຟ້າໃນເສັ້ນທາງ ໄລຍະທີ 2 ເຊິ່ງມີໄລຍະທາງປະມານ 8 ກິໂລແມັດ ມີກຳນົດຈະສຳເລັດ ໃນປີ 2024 ໂດນນະຄອນຫຼວງຈາກາຕາ ຖືວ່າເປັນປະເທດທີ່ມີໂຄງການຂົນສົ່ງສາທາລະນະ ໃນຮູບແບບລາງທີ່ຊ້າທີ່ສຸດ ໃນບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ໃນອາຊຽນດ້ວຍກັນ ຖ້າຫາກທຽບກັບ ນະຄອນຫຼວງກົວລາລຳເປີ ແລະ ສິງກະໂປ ແລ້ວ.

ນະຄອນຫຼວງຈາກາຕາ ມີປະຊາກອນປະມານ 10 ລ້ານຄົນ ແຕ່ມີປະຊາກອນຢູ່ອ້ອມຮອບເຂດຊານເມືອງ ປະມານ 30 ລ້ານຄົນ ເຊິ່ງນັບວ່າເປັນເມືອງທີ່ມີປະຊາກອນໜາແໜ້ນທີ່ສຸດ ໃນອາຊຽນ.

ໂຄງການນີ້ ໄດ້ຮັບການສະໜັບສະໜຸນດ້ານເງິນທຶກຈາກ ບໍລິສັດຍີ່ປຸ່ນ ມູນຄ່າສູງເຖິງ 26.000 ລ້ານໂດລາ

ທັ້ງນີ້, ນະຄອນຫຼວງຈາກາຕາ ມີແຜນສ້າງລົດໄຟຟ້າ ຕັ້ງແຕ່ໄລຍະຍຸກປີ 1980 ແລ້ວ ແຕ່ຕ້ອງປະເຊີນກັບຄວາມວຸ້ນວາຍທາງການເມືອງ ຫຼາຍຄັ້ງ ຈົນເຮັດໃຫ້ໂຄງການຫຼ້າຊ້າອອກໄປ ຈົນມາເຖິງສະໄໝທີ່ ທ່ານ ໂຈໂກ ວິໂດໂດ ດຳລົງຕຳແໜ່ງເຈົ້າຄອງນະຄອນຫຼວງຈາກາຕາ ຈຶ່ງໄດ້ຜັກດັນໂຄງການດັ່ງກ່າວຈົນສຳເລັດ ແລະ ເລີ່ມດຳເນີນການກໍ່ສ້າງ ໃນປີ 2013; ທ່ານ Anies Baswedan ເຈົ້າຄອງນະຄອນຫຼວງຈາກາຕາ ຄົນປັດຈຸບັນ ຍັງມີແຜນຂະຫຍາຍລົດໄຟຟ້າສາຍອື່ນອີກ ໃນອະນາຄົດ ໂດຍຫວັງໃຫ້ຄວບຄຸມພື້ນທີ່ປະມານ 87 ກິໂລແມັດ.

ແລ່ນລະຫວ່າງເຂດ Cilandak ທາງໃຕ້ຂອງນະຄອນຫຼວງຈາກາຕາ ໄປຍັງອະນຸສາວະລີ Selamat Datang

ທັ້ງນີ້, ອົງການການຮ່ວມມມືລະຫວ່າງປະເທດແຫ່ງຍີ່ປຸ່ນ (ໄຈກາ) ຄາດຄະເນວ່າ:

ພາຍໃນປີ 2020 ຫາກ ນະຄອນຫຼວງຈາກາຕາ ບໍ່ມີການລົງທຶນໂຄງການດ້ານຂົນສົ່ງສາທາລະນະ ໃນລະບົບລາງເພີ່ມເຕີມ ຈະສົ່ງຜົນໃຫ້ ນະຄອນຫຼວງຈາກາຕາ ຕ້ອງພົບກັບບັນຫາການຈະລາຈອນ ຢ່າງໜັກກວ່າທີ່ເປັນຢູ່ໃນປັດຈຸບັນ ເຊິ່ງຈະສົ່ງຜົນເສຍຕໍ່ການລົງທຶນທາງເສດຖະກິດ ເປັນມູນຄ່າເຖິງ 65.000 ລ້ານໂດລາ.