ໃນວັນທີ 24 ມີນາ ນີ້ວ່າ: ເຫດເຮືອສຳລານ ໄວກິ້ງ ສະກາຍ ທີ່ເກີດບັນຫາເຄື່ອງຈັກ ແລະ ລະບົບນ້ຳມັນຂັດຂ້ອງກາງທະເລໃກ້ກັບແຄມຝັ່ງເຂດມໍອັກ ຣອມສະດານ, ເຊິ່ງຕັ້ງຢູ່ແຄມຝັ່ງດ້ານຕາເວັນຕົກສຽງເໜືອຂອງນອກແວ. ແຕ່ກັບຕັນ ແລະ ລູກເຮືອ ສາມາດຄວບຄຸມສະຖານະການໃນເບື້ອງຕົ້ນ ຈົນສາມາດສ້ອມແປງເຄື່ອງຈັກໄດ້ບາງໜ່ວຍ ແລະ ນຳເຮືອເຂົ້າໃກ້ຝັ່ງທີ່ສຸດໄລຍະ 2 ກິໂລແມັດ ເພື່ອເພີ່ມຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ໜ່ວຍງານປ້ອງກັນແຄມຝັ່ງໃຊ້ເຮລີກັອບແຕ ອົບພະຍົບຜູ້ປະສົບໄພ.

ສຳນັກງານຕຳຫຼວດເຂດມໍອັກ ຣອມສະດານ ລາຍງານວ່າ ເຈົ້າໜ້າທີ່ສາມາດອົບພະຍົບຜູ້ປະສົບໄພທີ່ຢູ່ເທິງເຮືອສຳລານໄດ້ 460 ຄົນຈາກທັງໝົດ 1.373 ຄົນ ທ່າມກາງສະພາບອາກາດທີ່ຮ້າຍແຮງທັງກະແສລົມພັດ ແລະ ຄື່ນນ້ຳທະເລສູງຫຼາຍແມັດ ກ່ອນທີ່ກັບຕັນຕັດສິນໃຈນຳເຮືອເດີນທາງຕໍ່ເຂົ້າທຽບທ່າທີ່ເມືອງໂມນ, ເຊິ່ງເຮືອຂອງເຈົ້າໜ້າທີ່ປ້ອງກັນແຄມຝັ່ງໄດ້ຕິດຕາມຢ່າງໃກ້ຊິດ ເນື່ອງຈາກຫຼາຍຝ່າຍກັງວົນວ່າ ການອົບພະຍົບທາງອາກາດທີ່ດຳເນີນການໄດ້ຢ່າງຫຼ້າຊ້າ ອາດສົ່ງຜົນຕໍ່ຊີວິດຂອງຜູ້ທີ່ຢູ່ເທິງເຮືອໄດ້ ໂດຍສະເພາະມີລາຍງານວ່າມີຜູ້ໂດຍສານເປັນຜູ້ສູງອາຍຸລະຫວ່າງ 70 ປີເຖິງ 90 ປີລວມຢູ່ນຳ ແລະ ຈາກຈຳນວນຜູ້ທີ່ໄດ້ຮັບການອົບພະຍົບທາງອາກາດນັ້ນມີ 17 ຄົນຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ.

ເຈົ້າໜ້າທີ່ຕຳຫຼວດ ເປີດເຜີຍໃຫ້ຮູ້ອີກວ່າ ເຮືອສຳລານດັ່ງກ່າວສ້າງຂຶ້ນໃນປີ 2017 ເປັນຂອງບໍລິສັດ ໄວກິ້ງ ໂອຊຽນ ຄຣູຍ, ເຊິ່ງເປນສ່ວນໜຶ່ງຂອງກຸ່ມບໍລິສັດ ໄວກິ້ງ ຄຣູຍ ກໍ່ຕັ້ງຂຶ້ນໂດຍ ທ່ານ ທອດເທນ ຣາເກັ້ນ ນັກທຸລະກິດຊາວນອກແວ. ແນວໃດກໍຕາມ, ຍັງບໍ່ມີລາຍງານລະອຽດຕໍ່ເຫດການທີ່ເກີດຂຶ້ນ ຫຼັງມີລາຍງານວ່າ ນ້ຳໜັກບຸນທຸກສູງສຸດຂອງເຮືອລຳນີ້ຢູ່ທີ່ 930 ຄົນ ແລະ ກ່ອນເກີດເຫດເຮືອຢູ່ຫ່າງຈາກທ່າເຮືອປາຍທາງ ຄື: ເມືອງໂມນໃນເຂດມໍອັກ ຣອມສະດານ ພຽງ 60 ກິໂລແມັດ.