ພົຈວ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງ

ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ທີ່ໄດ້ໝູນວຽນມາອີກເທື່ອໜຶ່ງ ຄື: ວັນທີ 5 ເມສາ 1961-5 ເມສາ 2019 ໃຫ້ເຕັມໄປດ້ວຍເນື້ອໃນ, ຄວາມໝາຍ, ມີບັນຍາກາດເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ ພ້ອມນັ້ນຍັງເປັນການສືບຕໍ່ໂຄສະນາເຜີຍແຜ່ມູນເຊື້ອຂອງວັນສ້າງຕັ້ງໃຫ້ທົ່ວເຖິງ ແລະ ກວ້າງຂວາງຂຶ້ນໄປເລື້ອຍໆ.

ໃນວັນທີ 2 ເມສາ 2019, ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງອຸດົມໄຊ ກໍໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນດັ່ງກ່າວຂຶ້ນ ໂດຍການປາຖະກະຖາຂອງ ພົຈວ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງ ໂດຍກ່າວວ່າ:

ກ່ອນປີ 1975 ໃນວັນທີ 5 ເມສາ ປີ 1961 ຢູ່ທີ່ຄັງໄຂ ເມືອງແປກ ແຂວງຊຽງຂວາງ ກອງປະຊຸມໄດ້ມີມະຕິຕົກລົງປັບປຸງ ແລະ ຂະຫຍາຍກໍາລັງໃຫ້ກວ້າງອອກໃນຂອບເຂດທົ່ວປະເທດ ພ້ອມທັງໄດ້ປ່ຽນຊື່ຈາກ ກະຊວງປ້ອງກັນພາຍໃນ ມາເປັນ ກໍາລັງປ້ອງກັນຄວາມສະຫງົບ ( ຊື່ປັດຈຸບັນ ).

ນັບແຕ່ໄດ້ຮັບການປະກາດສ້າງຕັ້ງ ມາເຖິງປັດຈຸບັນແມ່ນ ຄົບຮອບ 58 ປີ ແລະ ຄຽງຄູ່ກັບສ້າງຜົນຫຼາຍດ້ານ ນັບທັງດ້ານການເມືອງ-ແນວຄິດ, ກຳລັງພົນ, ວັດຖຸ, ຍຸໂທອຸປະກອນ, ຄວາມຮູ້-ຄວາມສາມາດ, ເຕັກນິກ ແລະອື່ນໆ ໄດ້ຮັບການປັບປຸງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນເປັນກ້າວໆ ເຊິ່ງເປັນມູນເຊື້ອອັນສະຫງ່າງາມຂອງ ກໍາປ້ອງກັນຄວາມສະຫງົບ ຍາດມາໄດ້ຕະຫຼອດມາ.

ຫວນຄືນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ
ຫວນຄືນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ

ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດມູນເຊື້ອ ນັບຕັ້ງແຕ່ໄດ້ຮັບການປະກາດສ້າງຕັ້ງຂອງກໍາລັງ ປກສ ແຂວງອຸດົມໄຊ ໃນວັນທີ 4 ເມສາ ປີ 1962 ຈົນເຖິງປັດຈຸບັນ ຄົບຮອບ 57 ປີ ພໍດີ ທັງນີ້ກໍເພື່ອເຮັດໃຫ້ຖັນແຖວກຳລັງປະກອບອາວຸດ, ອົງການຈັດຕັ້ງ, ສະຖານບັນ, ພະນັກງານ-ລັດຖະກອນ, ຄູ-ອາຈານ ຕະຫຼອດຮອດພໍ່-ແມ່ຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ປະຫວັດມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ຜົນງານ, ໄຊຊະນະທີ່ ກຳລັງປ້ອງກັນຄວາມສະຫງົບ ກໍຄື ທ້ອງຖິ່ນ ຍາດໄດ້ແຕ່ລະໄລຍະ.