ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຕາງໜ້າຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດທົ່ວແຂວງ

ກອງບັນຊາການ ປກສ ແຂວງໄຊຍະບູລີ ມີຄວາມເອກອ້າງທະນົງໃຈ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 )  ແລະ ວັນສ້າງຕັ້ງກໍາລັງ ປກສ ແຂວງໄຊຍະບູລີ ຄົບຮອບ 46 ປີ ( ວັນທີ 25 ເມສາ 1973-25 ເມສາ 2019 ) ທີ່ໜູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງ.

ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຕາງໜ້າຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດທົ່ວແຂວງ ໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ວັນສໍາຄັນດັ່ງກ່າວ ເຊິ່ງເປັນວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ, ເປັນຂີດໝາຍແຫ່ງການກໍາເນີດສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ.

ມາຮອດປັດຈຸບັນ, ຊາວແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະ ກໍຄື ກໍາລັງປ້ອງກັນຄວາມສະຫງົບ ທົ່ວແຂວງ ໄດ້ອອກແຮງແຂ່ງຂັນກັນສ້າງຂະບວນການດ້ານຕ່າງໆ, ຂໍ່ານັບຮັບຕ້ອນວັນສໍາຄັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ ແລະ ມີຜົນສໍາເລັດຫຼາຍດ້ານ. ເປັນຕົ້ນແມ່ນ ຂະບວນການແຂ່ງຂັນເຮັດສໍາເລັດໜ້າທີ່ວຽກງານຂອງ ບັນດາກົມກອງເຫຼົ່າຮົບວິຊາສະເພາະ; ເຊິ່ງກໍມີຫຼາຍກົມກອງ ໄດ້ສໍາເລັດການດໍາເນີນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ກໍານົດທິດທາງວຽກງານຈຸດສຸມ ປີ 2019 ຂອງຕົນ; ໄປພ້ອມກັນນີ້, ຂະບວນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງບັນດາການຈັດຕັ້ງຮາກຖານພັກ, ກໍຍັງພວມດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ.

ນອກຈາກນີ້, ອໍານາດການປົກຄອງແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຍັງໄດ້ຈັດຕັ້ງ, ນໍາພາສ້າງຂະບວນການອະນາໄມ, ປະດັບປະດາສໍານັກງານ-ອົງການ, ສະຖານທີ່ສາທາລະນະປະໂຫຍດ, ເຮືອນຊານບ້ານຊ່ອງຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ເຕັມໄປດ້ວຍສີສັນອັນສວຍສົດງົດງາມ; ສ່ວນການແຂ່ງຂັນກິລາປະເພດຕ່າງໆຢູ່ອ້ອມຂ້າງແຂວງ ເຊັ່ນ: ກິລາບານສົ່ງຍິງ, ກິລາເປຕັງຍິງ-ຊາຍຊີງຂັນຫົວໜ້າກອງບັນຊາການ ປກສ ແຂວງ ແລະ ກິລາກັອບ ຊີງຂັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ໄດ້ສໍາເລັດລົງໃນວັນທີ 31 ມີນາ ຜ່ານມາ.

ໂອກາດດັ່ງກ່າວ, ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຍັງໄດ້ສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງ ຜູ້ນໍາພັກ-ລັດ, ພ້ອມທັງຮຽກຮ້ອງນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຕັ້ງໜ້າສ້າງຂະບວນການດ້ານຕ່າງໆ ໃຫ້ເປັນຂະບວນຟົດຟື້ນ; ພ້ອມກັນເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນເວລາ, ຮັບປະກັນໃຫ້ການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປີນີ້ ມີຄວາມສະຫງົບ-ປອດໄພ.