ໂບອິງ 737 ແມັກສ໌ ແກ້ໄຂຊັອບແວ

ການາດາ ລະບຸໃນວັນທີ 18 ເມສາ ວ່າ: ນັກບິນຄວນໄດ້ຮັບການຝຶກ ດ້ວຍເຄື່ອງຊ່ວຍຝຶກບິນຈຳລອງ ເລື່ອງການໃຊ້ຊັອບແວແກ້ໄຂແລ້ວຂອງເຮືອບິນໂບອິງ 737 ແມັກສ໌ ເພາະລຳພັງການຮຽນທາງຄອມພິວເຕີ ຕາມທີ່ ສະຫະລັດ ອາເມລິກາ ສະເໜີນັ້ນບໍ່ພຽງພໍ ຫຼັງຈາກເຮືອບິນຂາຍດີລຸ່ນນີ້ ເກີດອຸບັດຕິເຫດເສຍຊີວິດທັງລຳເຖິງ 2 ຄັ້ງ ໃນເວລາຫ່າງກັນບໍ່ເຖິງ 5 ເດືອນ.

ທ່ານ ມາກ ກາໂນ ລັດຖະມົນຕີກະຊວງຄົມມະນາຄົມ ການາດາ ຖະແຫຼງຂ່າວທີ່ ນະຄອນມອນທຣີອອນ ວ່າ:

ການາດາ ຢືນຢັນຊັດເຈນວ່າ ຄວາມປອດໄພຄືປັດໄຈກຳນົດວ່າ ຈະໃຫ້ເຮືອບິນລຸ່ນນີ້ໄດ້ຂຶ້ນບິນອີກຄັ້ງ ຫຼື ບໍ, ເຄື່ອງຊ່ວຍຝຶກບິນຈຳລອງ ຄືສິ່ງທີ່ດີທີ່ສຸດໃນການຝຶກອົບຮົມ ເພື່ອໃຫ້ຮູ້ແນ່ຊັດວ່າ ຈະເກີດຫຍັງຂຶ້ນໃນເຫດການຈິງ ແລະ ຈະແກ້ໄຂຢ່າງເໝາະສົມໄດ້ແນວໃດ ເຊິ່ງຈະບໍ່ແມ່ນການນຳໄອແພດອອກມານັ່ງອ່ານ ວິທີການຝຶກອົບຮົມຈັກຊົ່ວໂມງໜຶ່ງແລ້ວກໍຈົບໄປ.

ລັດຖະມົນຕີການາດາ ຖະແຫຼງເລື່ອງນີ້ ຫຼັງຈາກ ຄະນະກຳມະການ ທີ່ໄດ້ຮັບແຕ່ງຕັ້ງຈາກ ສຳນັກງານການບິນພົນລະເຮືອນແຫ່ງຊາດ ສະຫະລັດ ອາເມລິກາ ຫຼື FAA ອອກຮ່າງລາຍງານສະແດງຄວາມເຫັນວ່າ:

ຂໍ້ສະເໜີຂອງໂບອິງ ເລື່ອງແກ້ໄຂຊັອບແວຂອງ 737 ແມັກສ໌ ຖືວ່າມີຄວາມເໝາະສົມໃນທາງປະຕິບັດແລ້ວ ແຕ່ບໍ່ໄດ້ສະເໜີເລື່ອງໃຊ້ເຄື່ອງຊ່ວຍຝຶກບິນຈຳລອງແຕ່ຢ່າງໃດ.

ແຫຼ່ງຂ່າວ ເປີດເຜີຍວ່າ: ການຝຶກດ້ວຍເຄື່ອງຊ່ວຍຝຶກບິນຈຳລອງ ຈະຕ້ອງເສຍຄ່າໃຊ້ຈ່າຍປະມານ 1 ລ້ານໂດລາສະຫະລັດ ຕໍ່ການໃຊ້ງານຈົນສິ້ນສຸດວາລະການຝຶກຂອງເຮືອບິນໜຶ່ງລຳ.

FAA ລາຍງານວ່າ: ໂບອິງ ຍັງບໍ່ໄດ້ນຳເລື່ອງແກ້ໄຂຊັອບແວ 737 ແມັກສ໌ ສະເໜີຕໍ່ FAA ຢ່າງເປັນທາງການ ແລະ ເນື່ອງຈາກເຮືອບິນລຸ່ນນີ້ ຄ້າຍກັບລຸ່ນກ່ອນໜ້ານີ້ ຈຶ່ງບໍ່ມີຂໍ້ສະເໜີໃຫ້ນັກບິນຕ້ອງຮັບການຝຶກອົບຮົມເພີ່ມເຕີມ.