ມະຫາວິຫານ ນໍເທີດາມ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກເຫດໄຟໄໝ້

ນາຍຄູ ພາລິ ຄຣູສ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳ ມະຫາວິທະຍາໄລ ນໍເທີ ດາມ ເຊິ່ງຄວາມຊ່ຽວຊານດ້ານການບູລະນະສິ່ງກໍ່ສ້າງທາງປະຫວັດສາດ ກ່າວໃນວັນທີ 19 ເມສາ ວ່າ: ການປະເມີນຄວາມເສຍຫາຍ ມະຫາວິຫານ ນໍເທີ ດາມ (Notre Dame Cathedral) ຕ້ອງໃຊ້ເວລາປະມານ 1 ປີ ຫຼື 1 ປີເຄິ່ງ ເພາະຄວາມຮ້ອນຈາກໄຟໄດ້ເຜົາທຳລາຍ ແລະ ສ້າງຄວາມເສຍຫາຍຢ່າງໜັກ ສ່ວນຕົ້ນທຶນໃນການບູລະນະ ຈະຫຼາຍ ຫຼື ໜ້ອຍ ຂຶ້ນຢູ່ກັບຄຸນນະພາບການບູລະນະ ແຕ່ຄາດວ່າ ການບູລະນະຈະຕ້ອງໃຊ້ເງິນຈຳນວນຫຼາຍເຖິງ 1 ພັນລ້ານໂດລາ.

ທາງດ້ານໜັງສືພິມ ໄຊນາ ເດລີ ລາຍງານໂດຍອ້າງຄວາມຄິດເຫັນຂອງ ທ່ານ ອະລັນ ແມັກຟາເລນ ນັກປະຫວັດສາດ ແລະ ສາດສະດາຈານ ຢູ່ທີ່ ຄິງ ຄໍເລດ ມະຫາວິທະຍາໄລ ເຄມບຣິດ ວ່າ:

ເນື່ອງຈາກຄວາມຊ່ຽວຊານດ້ານວິສະວະກຳ ແລະ ການກໍ່ສ້າງທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງຂອງຈີນ ຈຶ່ງເປັນເລື່ອງທີ່ເໝາະສົມຫຼາຍ ຫາກ ຈີນ ໃຫ້ການຊ່ວຍເຫຼືອໃນການບູລະນະມະຫາວິຫານແຫ່ງນີ້.

ຊາກຄວາມເສຍຫາຍທີ່ເກີດຈາກໄຟໄໝ້ ຢ່າງຮຸນແຮງ
ຊາກຄວາມເສຍຫາຍທີ່ເກີດຈາກໄຟໄໝ້ ຢ່າງຮຸນແຮງ

ທ່ານ ແມັກປາເລນ ກ່າວວ່າ:

ຈີນ ສ້າງສະໜາມບິນທີ່ໃຫຍ່ທີ່ສຸດໃນໂລກ ໃນເວລາບໍ່ເຖິງ 3 ປີ ເຊິ່ງເປັນວຽກທີ່ໃຫຍ່ກວ່າການສ້າງ ມະຫາວິຫານ ໃໝ່, ຂ້ອຍໝັ້ນໃຈວ່າ ຈີນ ຊ່ວຍໄດ້ແນ່ນອນ.

ທັ້ງນີ້, ໃນວັນທີ 16 ເມສາ ທີ່ຜ່ານມາ ປະທານາທິບໍດີ ສີ ຈິ້ນຜິງ ໄດ້ສົ່ງສານສະແດງຄວາມເສຍໃຈເຖິງ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ, ສະແດງຄວາມເສຍໃຈ ຮ່ວມກັບຊາວຝຣັ່ງ ຫຼັງໄຟໄໝ້ມະຫາວິຫານ ນໍເທີ ດາມ ໃນນະຄອນຫຼວງປາຣີ ໂດຍຜູ້ນຳຈີນ ກ່າວວ່າ:

ມະຫາວິຫານ ນໍເທີ ດາມ ເປັນສັນຍາລັກຂອງອາລະຍະທຳຝຣັ່ງ ແລະ ເປັນສົມບັດອັນລໍ້າຄ່າທາງອາລະຍະທຳຂອງມະນຸດ.

ມະຫາວິຫານ ນໍເທີ ດາມ ເປັນສັນຍາລັກຂອງອາລະຍະທຳຝຣັ່ງ ແລະ ເປັນສົມບັດອັນລໍ້າຄ່າທາງອາລະຍະທຳຂອງມະນຸດ
ມະຫາວິຫານ ນໍເທີ ດາມ ສັນຍາລັກຂອງອາລະຍະທຳຝຣັ່ງ ແລະ ເປັນສົມບັດອັນລໍ້າຄ່າທາງອາລະຍະທຳຂອງມະນຸດ

ປະທານາທິບໍດີ ສີ ຈິ້ນຜິງ ເຊື່ອໝັ້ນວ່າ: ດ້ວຍຄວາມພະຍາຍາມຂອງຊາວຝຣັ່ງ ແລະ ການສະໜັບສະໜຸນຈາກຊຸມຊົນລະຫວ່າງປະເທດ ມະຫາວິຫານ ນໍເທີ ດາມ ຈະໄດ້ຮັບການຊ້ອມແຊມຢ່າງດີ ແລະ ກັບມາຍິ່ງໃຫຍ່ ຄືດັ່ງທີ່ເຄີຍເປັນມາ.