ຫ້ອງຕໍາຫຼວດ ປກສ ແຂວງຜົ້ງສາລີ ຮ່ວມກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈູດທໍາລາຍຊາກສັດ ແລະ ຊິ້ນສ່ວນສັດປ່າທີ່ຢຶດມາໄດ້ຈໍານວນ 37 ກິໂລກຼາມ ໃນທ້າຍອາທິດທີ່ຜ່ານມາ, ມີ ທ່ານ ວິສັນ ວົງນະຄອນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄນເພັດ ບຸບຜາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007 ວ່າດ້ວຍສັດນໍ້າ ແລະ ສັດປ່າ; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ນຍ, ລົງວັນທີ 8 ພຶດສະພາ 2018, ວ່າດ້ວຍຊີວະນາໆພັນມີຄວາມຢືນຍົງ ແລະ ສາມາດເຮັດໃຫ້ສັງຄົມມີຄວາມຮັບຮູ້ເຖິງຄວາມໝາຍ-ຄວາມສໍາຄັນຕໍ່ກັບການອະນຸລັກສັດນໍ້າ ແລະ ສັດປ່າ, ສະເພາະຊາກສັດປ່າແມ່ນຢຶດໄດ້ວັນທີ 12 ເມສາ 2019 ມີພົນລະເມືອງດີແຈ້ງວ່າຈະມີການເຄື່ອນຍ້າຍຊາກສັດປ່າ ຈຶ່ງໄດ້ແຕ່ງຕັ້ງທີມງານລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາ ພົບເຫັນເປົ້າໝາຍຈຶ່ງເຂົ້າກັກ ຕົວ ທ້າວ ຄໍາສຸກ ຄ້າຂາຍຢູ່ບ້ານຫາດສາ ເມືອງຜົ້ງສາລີ ພ້ອມຂອງກາງ ຄື: ຟານ 1 ໂຕ ໜັກ 24 ກິໂລ ກຼາມ ແລະ ຊາກສິ້ນສ່ວນຂອງເຍືອງ 13 ກິໂລກຼາມ ລວມ 37 ກິໂລກຼາມ.

ຕໍ່ກັບຜູ້ລະເມີດ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກການສຶກສາອົບຮົມກ່າວເຕືອນໃຫ້ຢຸດການລັກລອບຊື້-ຂາຍຊາກສັດປ່າ ພ້ອມທັງປັບໃໝຕາມລະບຽບກົດໝາຍໄດ້ກໍານົດໄວ້, ຖ້າຜູ້ກ່ຽວຍັງ ລະເມີດ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ.