ຍ້ອນການຕິດໜີ້ ຫຼິ້ນກິນຟຸມເຟືອຍ ຈຶ່ງກ້າເນລະຄຸນ ແມ້ກະທັ້ງແມ່ແທ້ໆຂອງຕົນເອງ

ນອກຈາກກໍລະນີຂ້າງເທິງແລ້ວ, ຍັງມີອີກຫຼາຍກໍລະນີທີ່ມີລັກສະນະຄ້າຍຄືກັນ ເຊິ່ງຜູ້ວາງແຜນການຕົວະເອົາເງິນໂດຍອ້າງວ່າ ຖືກກຸ່ມຄົນຮ້າຍຈັບຕົວຮຽກຄ່າໄຖ່ ທີ່ຈິງແລ້ວແມ່ນຄົນໃນຄອບຄົວນັ້ນເອງ.

ການເຮັດແບບນີ້ ກໍຍ້ອນຕົກເປັນທາດຂອງການພະນັນ, ການຕິດຫຼິ້ນກິນຟຸມເຟືອຍ ຈົນຫາທາງອອກບໍ່ໄດ້ ຈຶ່ງເກີດແນວຄິດຫາເງິນໄປຈ່າຍໜີ້ສິນ; ເຊິ່ງການກະທໍາຂອງຄົນກຸ່ມນີ້ ໄດ້ເຮັດໃຫ້ຫົວອົກຂອງຜູ້ເປັນພໍ່-ແມ່ບໍ່ມີທາງເລືອກ ເມື່ອໄດ້ຍິນຂ່າວວ່າ ລູກຂອງຕົນກໍາລັງຕົກຢູ່ໃນສະພາບຖືກຈັບຕົວໄວ້ຮຽກຄ່າໄຖ່ ບ່ໍມີເງິນກໍໄປຊອກໄປຫາຢືມນໍາພີ່ນ້ອງ ເພື່ອມາໄຖ່ຕົວລູກ ໂດຍຫວັງແຕ່ວ່າໃຫ້ລູກກັບມາຢ່າງປອດໄພກໍດີໃຈແລ້ວ ແຕ່ພໍ່-ແມ່ບໍ່ເຄີຍຄິດວ່າ ສຸດທ້າຍແລ້ວແຜນການທັງໝົດນັ້ນ ກັບກາຍເປັນການວາງແຜນຂອງລູກຕົນເອງ ເພື່ອຕົວະເອົາເງິນໄປໃຊ້ໜີ້ ແລະ ເຖິງວ່າຈະຮູ້ນໍາຫຼັງ ພໍ່-ແມ່ກໍໄດ້ພຽງແຕ່ຮ້ອງໄຫ້ເສຍໃຈເທົ່ານັ້ນ.

ຜູ້ເປັນລູກ ຈົນຫົນທາງ ຈຶ່ງວາງແຜນຕົວະໃຫ້ແມ່ໄປຫາຢືມເງິນນໍາພີ່ນ້ອງ ມາໄຖ່ເອົາຕົນເອງ ດ້ວຍວິທີການທີ່ຕົນຄິດຂຶ້ນມາ

ດັ່ງອີກກໍລະນີທີ່ເກີດຂຶ້ນຂອງ ທ້າວ NDT ອາຍຸ 22 ປີ ບ້ານຢູ່ແຂວງຫວິງລອງ ເປັນລູກຂອງຄົນທີ່ມີຖານະ, ເມື່ອເຫັນຖານະຄອບຄົວເປັນແນວນັ້ນ ທ້າວ T ບໍ່ໄດ້ມີຈິດໃຈຢາກເຮັດຢາກສ້າງ ຫຼື ຫາເງິນຊ່ວຍວຽກຄອບຄົວ ແຕ່ຜູ້ກ່ຽວຍັງຫາເລາະຫຼິ້ນກິນຟຸມເຟືອຍ, ໄປຫາຫຼິ້ນແຕ່ເຊົ້າຮອດຄໍ່າ-ແຕ່ຄໍ່າຮອດເຊົ້າ; ສ່ວນຫຼາຍແມ່ນ ຫຼິ້ນການພະນັນຈົນເງິນໝົດກະເປົາຈຶ່ງກັບເມືອເຮືອນ, ບາງຄັ້ງຫຼິ້ນຈົນເງິນໝົດໃນຖົງກໍຍັງບໍ່ພໍ ຍັງຫາເຊັນຢືມເງິນນໍາຜູ້ອອກເງິນດ້ວຍດອກເບ້ຍສູງອີກ ແລະ ເມື່ອບໍ່ມີຄວາມສາມາດຈະເອົາເງິນໄປຈ່າຍເຂົາໄດ້ ຜູ້ກ່ຽວຄິດອອກໄດ້ຢ່າງດຽວແມ່ນ ເງິນໃນຖົງຂອງພໍ່-ແມ່. ດັ່ງນັ້ນ, ຈຶ່ງຄິດວາງແຜນວ່າ ຕົນເອງຖືກຈັບຕົວຮຽກຄ່າໄຖ່ ເພື່ອຈະໄດ້ເງິນຈໍານວນຫຼາຍມາໃຊ້ໜີ້ສິນທີ່ຕົນສ້າງຂຶ້ນ.

ຈຳນວນເງິນທີ່ລູກເນລະຄຸນ ຫຼອກລວງໃຫ້ແມ່ ຫາມາໃຊ້ຄ່າໄຖ່

ຫຼາຍຄັ້ງທີ່ ທ້າວ T ຕົວະວ່າ: ຕົນເອງຖືກກຸ່ມໃຫ້ຢືມເງິນຈັບຕົວ ແລ້ວໃຫ້ທາງຄອບຄົວເອົາເງິນມາຈ່າຍໄຖ່ຕົວ ບໍ່ດັ່ງນັ້ນຜູ້ກ່ຽວຈະມີອັນເປັນໄປ; ແຕ່ຍ້ອນຮັກລູກ ແລະ ຄິດຢ້ານລູກຖືກທໍາຮ້າຍຮ່າງກາຍ ຜູ້ເປັນພໍ່ຈຶ່ງຕ້ອງໄດ້ກັດແຂ້ວນໍາເງິນໄປຈ່າຍໃຫ້ຕາມການສະເໜີຂອງພວກກ່ຽວຈົນຫຼາຍຄັ້ງ ລວມເງິນທີ່ຈ່າຍໄປ 1 ຕື້ກວ່າດົ່ງ ແລະ ເຖິງວ່າຈະໄຖ່ອອກມາ ແຕ່ນິດໄສການຕິດຫຼິ້ນກິນຟູມເຟືອຍຂອງຜູ້ກ່ຽວ ກໍບໍ່ປ່ຽນເລີຍ.

ມາທ້າຍເດືອນສິງຫາ 2018, ຫຼັງຈາກທີ່ຫຼິ້ນການພະນັນຈົນເງິນໝົດຖົງ, ຈາກນັ້ນໄດ້ຢືມເງິນນໍາກຸ່ມອອກເງິນອີກຫຼາຍສິບລ້ານ ສຸດທ້າຍກໍໝົດ, ເມື່ອບໍ່ມີທາງຈະຫາເງິນມາໃຊ້ໜີ້ ຜູ້ກ່ຽວກໍຄິດເຖິງເງິນພໍ່ແມ່ຄືເກົ່າ; ເຊິ່ງຄັ້ງນີ້, ຜູ້ກ່ຽວກໍປະຕິບັດຕາມແຜນເກົ່າ ໂດຍໃຫ້ກຸ່ມແກ້ງໂທຫາພໍ່-ແມ່ ແລ້ວບອກວ່າ: ຕົນເອງຖືກກັກຂັງ ໃຫ້ນໍາເງິນຈໍານວນ 90 ລ້ານດົ່ງ ມາໄຖ່ເອົາ ບໍ່ດັ່ງນັ້ນຈະບໍ່ຮັບປະກັນຊີວິດ.

ຜູ້ເປັນແມ່ ທີ່ຍາມໃດກໍຫ່ວງ ແລະ ຮັກລູກສະເໝີ ແຕ່ບໍ່ຄາດຄິດວ່າ ລູກຂອງຕົນ ຈະເຮັດກັບຕົນໄດ້ເຖິງຂະໜາດນີ້

ຄັ້ງນີ້, ເມື່ອຜູ້ເປັນພໍ່ໄດ້ຮັບຂ່າວ ອົດບໍ່ໄຫວຈຶ່ງເຂົ້າແຈ້ງຄວາມກັບ ເຈົ້າໜ້າທີ່ຕໍາຫຼວດ ເພື່ອດໍາເນີນການສືບສວນຕໍ່ກັບ ກຸ່ມແກ້ງຈັບຕົວລູກຊາຍຂອງຕົນເປັນຕົວປະກັນແລກເງິນຈໍານວນຫຼາຍດັ່ງກ່າວ.

ເມື່ອເຈົ້າໜ້າທີ່ລົງຕິດຕາມ ຕາມການລາຍງານຂອງຜູ້ປົກຄອງ ຈຶ່ງຮູ້ໄດ້ວ່າ: ແຜນການທັງໝົດແມ່ນ ລູກຊາຍຂອງຜູ້ກ່ຽວເອງ ເປັນຄົນວາງແຜນການຢາກຕົວະເອົາເງິນພໍ່-ແມ່ ມາຈ່າຍໜີ້ສິນທີ່ຕິດໄວ້ໃນວົງພະນັນ ແລະ ເຈົ້າໜ້າທີ່ສອບສວນຮູ້ຕື່ມວ່າ:

ຜ່ານມາຫຼາຍຄັ້ງ ກໍແມ່ນຝີມືຕົນເອງເປັນຄົນວາງແຜນການຕົວະເອົາເງິນນໍາຄອບຄົວມາຈ່າຍຫຼິ້ນກິນ ແລະ ຈ່າຍໜີ້ທີ່ຕິດໄວ້ ໃນວົງການພະນັນ, ເກມ ແລະອື່ນໆ.