ມີມະຕິຫ້າມໃຊ້ ເຕັກໂນໂລຊີກວດຈັບໃບໜ້າ ໃນເມືອງໃຫຍ່ຂອງ ສະຫະລັດອາເມລິກາ

ໃນວັນທີ 15 ພຶດສະພາ, ສະມາຊິກສະພາ ນະຄອນຊານຟຣານຊິສໂກ ຂອງ ສະຫະລັດອາເມລິກາ ໄດ້ລົງມະຕິດ້ວຍຄະແນນ 8 ຕໍ່ 1 ສຽງ ບໍ່ອອກສຽງ 2 ສຽງ ຫ້າມໜ່ວຍງານທ້ອງຖິ່ນ ເຊັ່ນ: ເຈົ້າໜ້າທີ່ການຂົນສົ່ງ, ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ໃຊ້ເຕັກໂນໂລຊີຈົດຈຳໃບໜ້າ ແລະ ຫາກຈະຊື້ເຕັກໂນໂລຊີກວດກາໃໝ່ໆ ກໍຈະຕ້ອງໄດ້ຮັບການເຫັນດີຈາກຄະນະບໍລິຫານ.

ຝ່າຍສະໜັບສະໜູນໃຫ້ຫ້າມໃຊ້ ລະບຸວ່າ:

ເຕັກໂນໂລຊີກວດຈັບໃບໜ້າ ທີ່ມີຢູ່ໃນປັດຈຸບັນ ຍັງບໍ່ໜ້າເຊື່ອຖື ມັກມີຄວາມຜິດພາດ ໂດຍສະເພາະເມື່ອໃຊ້ກັບຜູ້ຍິງ ແລະ ຜູ້ມີຜິວເຂັ້ມ ພ້ອມນັ້ນຍັງລະເມີດຄວາມເປັນສ່ວນຕົວ ແລະ ເສລີພາບຂອງບຸກຄົນໂດຍບໍ່ຈຳເປັນ.

ຂະນະທີ່ຝ່າຍສະໜັບສະໜູນໃຫ້ໃຊ້ ໂຕ້ແຍ້ງວ່າ:

ເຕັກໂນໂລຊີນີ້ ຈະຊ່ວຍເບິ່ງແຍງຄວາມປອດໄພຂອງປະຊາຊົນ ແລະ ເປັນປະໂຫຍດຕໍ່ການປາບປາມອາຊະຍາກຳ.

ທັ້ງນີ້, ມະຕິນີ້ຈະມີຜົນບັງຄັບໃຊ້ເປັນກົດໝາຍ ຫາກຜ່ານການລົງມະຕິຄັ້ງທີສອງ ໃນອາທິດໜ້າ ແຕ່ຈະຍົກເວັ້ນສຳລັບການຮັກສາຄວາມປອດໄພຕາມສະໜາມບິນ ແລະ ທ່າເຮືອ ເພາະເປັນໜ້າທີ່ຂອງລັດຖບານກາງ ບໍ່ແມ່ນລັດຖະບານທ້ອງຖິ່ນ.

ສະຫະພາບເສລີພາບພົນລະເຮືອນ ອາເມລິກາ ໃນຄາລິຟໍເນຍເໜືອ ສະແດງຄວາມຂອບໃຈທາງການຊານຟຣານຊິສໂກ ທີ່ຮັບຟັງຄວາມຄິດເຫັນຊຸມຊົນທີ່ມີສິດຕັດສິນໃຈ ເລື່ອງການໃຊ້ເຕັກໂນໂລຊີກວດກາ ແລະ ເປັນແກນນຳດ້ວຍການອອກກົດໝາຍນີ້ ແລະ ຫວັງວ່າເມືອງອື່ນໆ ຈະເອົາແບບຢ່າງ ເພື່ອເບິ່ງແຍງຄວາມປອດໄພ ແລະ ສິດທິພົນລະເຮືອນຂອງປະຊາຊົນ.

ຂະນະທີ່ ກຸ່ມຢັບຢັ້ງອາຊະຍາກຳ ຊານຟຣານຊິສໂກ ໃຫ້ຄວາມຄິດເຫັນວ່າ:

ຄວນອອກມາດຕະການຢຸດນຳໃຊ້ຊົ່ວຄາວ ບໍ່ແມ່ນຫ້າມໃຊ້ຢ່າງສິ້ນເຊີງ, ແມ່ນຢູ່ວ່າເຕັກໂນໂລຊີຈົດຈຳໃບໜ້າ ໃນປັດຈຸບັນຍັງມີບັນຫາຢູ່ ແລະ ຍັງບໍ່ຄວນໃຊ້ ແຕ່ຈະມີການປັບປຸງໃຫ້ເປັນປະໂຫຍດຕໍ່ການເບິ່ງແຍງຄວາມປອດໄພສາທາລະນະ ຫານໃຊ້ຢ່າງມີຄວາມຮັບຜິດຊອບ.