ໃນນະຄອນຫຼວງເມັກຊິກໂກ ຄຸນນະພາບອາກາດຕອນນີ້ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ

ໃນວັນທີ 14 ພຶດສະພາ ທີ່ຜ່ານມາ, ນະຄອນຫຼວງເມັກຊິກໂກຊິຕີ ຂອງປະເທດເມັກຊິກ ມະຫານະຄອນທີ່ມີຄົນໜາແໜ້ນທີ່ສຸດແຫ່ງໜຶ່ງຂອງໂລກ ໄດ້ປະກາດເຫດສຸກເສີນດ້ານສິ່ງແວດລ້ອມ ເນື່ອງຈາກຄວັນໄຟປ່າ ໃນພື້ນທີ່ໃກ້ຄຽງ ເຮັດໃຫ້ຄຸນນະພາບອາກາດຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ.

ເຈົ້າໜ້າທີ່ສິ່ງແວດລ້ອມ ເເນະນຳປະຊາຊົນໃຫ້ຫຼີກລ່ຽງການເຮັດກິດຈະກຳກາງແຈ້ງ ແລະ ຢູ່ໃນແຕ່ອາຄານໂດຍປິດປະຕູປ່ອງຢ້ຽມໃຫ້ມິດຊິດ ໂດຍສະເພາະກຸ່ມສ່ຽງຢ່າງ ເດັກໜ້ອຍ, ຜູ້ສູງອາຍຸ ແລະ ຜູ້ເຈັບເປັນ. ຂະນະດຽວກັນ, ກໍຂໍໃຫ້ປະຊາຊົນ ແລະ ພາກທຸລະກິດ ຊ່ວຍຫຼຸດການປ່ອຍກ໊າສ ເຊັ່ນ: ຫຼຸດການໃຊ້ຍານພາຫະນະ.

ທາງການນະຄອນຫຼວງເມັກຊິກໂກຊິຕີ ແຈ້ງວ່າ:

ຈະຈຳກັດປະລິມານຍານພາຫະນະ ຕາມທ້ອງຖະໜົນ, ຂະນະທີ່ ສະໂມສອນເຕະບານທ້ອງຖິ່ນ ກໍປະກາດເລື່ອນການແຂ່ງຂັນຮອບຮອງຊະນະເລີດ ເພາະອາກາດບໍ່ດີ, ສ່ວນທ່ານເຈົ້າຄອງນະຄອນຫຼວງ ກຳລັງພິຈາລະນເລື່ອງຈະສັ່ງຢຸດການຮຽນ-ການສອນ ໃນອາທິດນີ້.

ນະຄອນຫຼວງເມັກຊິກໂກຊິຕີ ມີປະຊາກອນເກືອບ 9 ລ້ານຄົນ ຫາກລວມເຂດຊານເມືອງດ້ວຍ ກໍຈະມີຫຼາຍກວ່າ 21 ລ້ານຄົນ. ຄະນະກຳມະການສິ່ງແວດລ້ອມຂອງເມືອງ ຖືກກົດດັນໃຫ້ເລັ່ງດຳເນີນການ ຫຼັງຈາກທັດສະນະວິໄສໃນການເບິ່ງເຫັນໃນເມືອງ ເລີ່ມຫຼຸດລົງຢ່າງເຫັນໄດ້ຊັດເຈນ ຕັ້ງແຕ່ອາທິດຜ່ານມາ ເພາະຄວັນ ແລະ ຝຸ່ນລະອອງທີ່ຖືກພັດມາ ຈາກໄຟປ່າຫຼາຍຈຸດນອກເມືອງ ທີ່ເກີດຂຶ້ນເພາະອາກາດແຫ້ງແລ້ງ.

ນອກຈາກນີ້, ປະລິມານຝຸ່ນລະອອງ PM 2.5 ທີ່ສະຖານີກວດວັດສະພາບອາກາດ ວັດໄດ້ມີສູງເຖິງ 158 ໄມໂຄຣກຣາມຕໍ່ແມັດກ້ອນ ໃນເວລາປະມານ 5:00 ຂອງວັນທີ 14 ພຶດສະພາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເຊິ່ງຖືວ່າສູງກວ່າເກນຄວາມປອດໄພຂອງ ອົງກອນອະນາໄມໂລກ ທີ່ກຳນົດໄວ້ບໍ່ເກີນ 25 ໄມໂຄຣກຣາມຕໍ່ແມັດກ້ອນ. ທັ້ງນີ້, ຄຸນນະພາບອາກາດ ໃນມະຫານະຄອນແຫ່ງນີ້ ເຄີຍດີຂຶ້ນໃນໄລຍະທ້າຍສະຕະວັດຫຼັງປີ 1990 ແຕ່ໄລຍະຫຼາຍປີມານີ້ ໄດ້ເລີ່ມຮ້າຍແຮງຂຶ້ນ.