ວຽກງານໂຄສະນາ-ເຜີຍແຜ່ລະບຽບກົດໝາຍໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ແມ່ນວຽກງານໜຶ່ງ ທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ສຸມໃສ່ຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ ແນໃສ່ໃຫ້ຜູ້ຂັບຂີ່ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ແລະ ຜົນຮ້າຍຂອງການເກີດອຸບັດຕິເຫດ, ເຊິ່ງໄດ້ເຄື່ອນໄຫວຕາມສໍານັກງານອົງການ, ໂຮງຮຽນ ແລະ ບໍລິສັດຕ່າງໆ; ພ້ອມນັ້ນ, ກໍເຮັດໜ້າທີ່ໂຄສະນາຕາມສາຍທາງຕ່າງໆ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ນໍາເອົາຄວາມຮູ້ໃນແຕ່ລະປີສູ່ຜູ້ຂັບຂີ່ ເພື່ອແນໃສ່ຫຼຸດຜ່ອນການເກີດອຸບັດຕິເຫດຕາມທອງຖະໜົນ.

ໃນວັັນທີ 23 ພຶດສະພາ 2019 ພະແນກຕໍາຫຼວດຈະລາຈອນ ຮ່ວມກັບຮ້ານຂາຍລົດເຈ ບີຮອນດາ ນໍາເອົາລະ ບຽບກົດຈະລາຈອນ ເຜີຍແຜ່ໃຫ້ພະ ນັກງານ ແລະ ກໍາມະກອນພາຍກອງບໍ ລິການຂົນສົ່ງຂີ້ເຫຍື້ອຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ກໍເພື່ອອຸ່ນຄືນຄວາມຮັບຮູ້ດ້ານກົດລະບຽບຈະລາຈອນ ແລະ ກົດໝາຍວ່າດ້ວຍການຂົນສົ່ງທາງບົກໃຫ້ເລິກ ເຊິ່ງຂຶ້ນກວ່າເກົ່າ ເພື່ອຮັບປະກັນຄວາມປອດໄພໃນເວລາໃຊ້ລົດ-ໃຊ້ຖະໜົນຮ່ວມກັບຜູ້ເດີນທາງ.

ພັຕ ຫຼຽນໄຊ ມົງພົນຄໍາ ຫົວໜ້າກອງໂຄສະນາພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ຍົກວ່າ: ປັດຈຸບັນ, ຜູ້ໃຊ້ລົດ-ໃຊ້ຖະໜົນສ່ວນໃຫຍ່ ຫຼາຍຄົນຮັບຮູ້ກົດລະບຽບການສັນຈອນວາງອອກ, ແຕ່ທີ່ປະຕິບັດລະບຽບຢ່າງເຂັ້ມງວດຍັງປະຕິບັດບໍ່ໄດ້ ເທົ່າທີ່ຄວນ, ຈາກພຶດຕິກໍາດັ່ງກ່າວ ຈຶ່ງເປັນສາເຫດພາໃຫ້ລົດແອອັດ, ຂັດຂວາງກົດລະບຽບຈະລາຈອນ ສ້າງຄວາມຫຍຸ້ງຍາກໃຫ້ຜູ້ທຽວທາງ, ຮ້າຍແຮງໄປກວ່ານັ້ນ ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ເຮັດໃຫ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ ສົ່ງຜົນກະທົບໂດຍກົງ ໄປທາງຄອບຄົວ ແລະ ສັງຄົມຕາມມາ, ເຊິ່ງມີສາເຫດມາຈາກຜູ້ຂັບຂີ່ສ່ວນໃຫຍ່. ບັນຫາອຸບັດຕິເຫດ, ບໍ່ແມ່ນບັນຫາທີ່ຮ້າຍແຮງ ແຕ່ສາມາດປ້ອງກັນໄດ້ຖ້າຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມໃຫ້ກຽດ ເຊິ່ງກັນແລະກັນ, ບໍ່ລະເມີດລະບຽບ ແລະ ຂໍ້ຫ້າມໃດໆທີ່ວາງອອກ. ດັ່ງນັ້ນ, ພະນັກງານ ແລະ ກໍມະກອນທີ່ເຮັດວຽກພາຍໃນກອງບໍລິການຂົນສົ່ງລ້ວນແລ້ວແຕ່ເຮັດວຽກງານຮັບໃຊ້ສັງຄົມ ຖ້າຂັບຂີ່ລົດບໍ່ ຖືກຕາມລະບຽບທີ່ກໍານົດໄວ້ກໍຈະມີຫາງສຽງຕາມມາ, ສ້າງພາບພົດບໍ່ດີຕໍ່ຕົນເອງ ແລະ ອົງກອນໄດ້.

ທ່ານ ພູນປະເສີດ ອາຄະວົງສາ ຄະນະກອງບໍລິການຂົນສົ່ງຂີ້ເຫຍື້ອ ໃຫ້ຮູ້ວ່າ: ຜ່ານມາ ທາງຄະນະກອງກໍໄດ້ສຶກສາອົບຮົມພະນັກງານທຸກຄົນ ໃນເວລາຂັບຂີ່ໃຫ້ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາອຸບັດຕິເຫດ, ຜ່ານມາພະນັກງານ ກໍປະຕິບັດລະບຽບວາງອອກໄດ້ເປັນຢ່າງດີ. ສະແດງໃຫ້ເຫັນວ່າໃນປີຜ່ານມາບໍ່ມີອຸບັດຕິເຫດເກີດຂຶ້ນໃນເວລາປະຕິບັດໜ້າທີ່. ໃນມື້ນີ້ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນໍາເອົາລະບຽບກົດໝາຍມາໂຄ ສະນາໃຫ້ພະນັກງານຂັບລົດ ແລະ ກໍາມະກອນພາຍໃນກອງບໍລິການຂົນສົ່ງຂີ້ເຫຍື້ອ ກໍຖືເປັນການດີທີ່ຈະກະຕຸ້ນໃຫ້ພະນັກງານຍົກສູງສະຕິລະວັງຕົວໃນເວລາຂັບຂີ່ໃຫ້ສູງຂຶ້ນ.

ໂອກາດນີ້, ຮ້ານຂາຍລົດເຈ.ບີ ຮອນດາ ກໍໄດ້ຈັດກິດຈະກໍາຖາມ-ຕອບກ່ຽວກັບກົດລະບຽບຈະລາຈອນ ເຊິ່ງມີຜູ້ຮ່ວມກິດຈະກໍາເປັນຈໍານວນຫຼວງຫຼາຍ ສາມາດຄວ້າລາງວັນປະເພດໜວກກັນກະທົບ ແລະ ເສື້ອກັນລົມຈາກທາງຮ້ານໄດ້ຢ່າງຄົນ, ເຊິ່ງກິດຈະກໍາດັ່ງກ່າວດໍາເນີນໄປຢ່າງເປັນຂະບວນການຟົດຟື້ນໄດ້ທັງຄວາມຮູ້ ແລະ ໄດ້ທັງລາງວັນຕິດ ມື ເມືອເຮືອນ.

ຫົວໜ້າກອງໂຄສະນາ ໃຫ້ຮູ້ຕື່ມວ່າ: ຢ່າງໃດກໍຕາມວຽກງານການໂຄສະນາເປັນການເລົ່າໃຫ້ສູ່ກັນຟັງ ແລະ ຈະບໍ່ມີຄວາມໜາຍຄວາມສໍາຄັນຫຍັງ ຖ້າຜູ້ ໃຊ້ລົດ-ໃຊ້ຖະໜົນເວລາຮັບຟັງບໍ່ນໍາ ໄປຈັດຕັ້ງປະຕິບັດ ແລະ ຍັງຝ່າຝືນກົດ ລະບຽບການສັນຈອນທີ່ວາງອອກ, ບັນຫາອຸບັດຕິເຫດຍັງຈະສຶບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ. ສະນັ້ນ ໃນນາມເຈົ້າໜ້າທີ່ ຈຶ່ງຮຽກຮ້ອງມາຍັງທຸກຊັ້ນຄົນໃນສັງຄົມບໍ່ປະໝາດຂາດສະຕິ ເພື່ອຫຼີກລ່ຽງອຸບັດຕິເຫດ.