ໜ່ວຍພັກພະແນກພະລາທິການ ກອງບັນຊາການທະຫານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I (ນວ) ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2019, ເຂົ້າຮ່ວມໂດຍ ທ່ານ ເພັດສະໄໝ ນະພາສຸກ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆ ຈັນທະບູລີ, ມີ ພັທ ວົງຄຳຈັນ ສີສຸວັນ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການທະຫານເມືອງ, ມີບັນດາຮອງຫົວໜ້າຄະນະຈັດຕັ້ງເມືອງ, ຮອງປະທານກວດກາພັກ-ລັດເມືອງ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກພາຍໃນພະແນກພະລາທິການເຂົ້າຮ່ວມ.

ພັຕ ສົມຊາຍ ອິນທະລັງສີ ເລຂາໜ່ວຍພັກພະແນກພະລາທິການ ຜ່ານບົດລາຍງານການຊີ້ນຳ-ນຳພາວຽກງານໄລຍະປີ 2014-2019 ວ່າ: ຄະນະໜ່ວຍພັກພະແນກພະລາທິການ ໄດ້ເອົາ ໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານເຮັດໜ້າທີ່ວຽກງານວິຊາສະເພາະປິ່ນອ້ອມຕາມການມອບໝາຍຈາກຂັ້ນເທິງເປັນຢ່າງດີ ໂດຍສະເພາະແມ່ນວຽກງານຄຸ້ມຄອງງົບປະມານ ເຊິ່ງ ຜ່ານມາ, ໄດ້ສ້າງງົບປະມານເງິນເດືອນ ເປັນມູນຄ່າ 6.252.850.155 ກີບ, ງົບປະມານດ້ານອື່ນໆ 66.220.000 ກີບ, ເງິນທຳການຜະລິດ 25.554.000 ກີບ, ໂດຍວຽກງານດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມເປົ້າໝາຍຫຼັກການເງິນ, ການຮັບ ແລະ ເບີກຈ່າຍ ແມ່ນມີບັນຊີຢ່າງລະອຽດ, ຮັບປະກັນເງິນເດືອນ, ເງິນກິນປະຈຳເດືອນ ສາມາດຕອບສະໜອງໃຫ້ແກ່ອ້າຍນ້ອງທັນເວລາ ແລະ ທາງດ້ານວຽກງານອື່ນໆ ແມ່ນສາມາດປະຕິບັດໄດ້ 100%.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພະແນກພະລາທິການຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ໃນນັ້ນ, ເລືອກໄດ້ ພັຕ ສົມຊາຍ ອິນ ທະລັງສີ ເປັນເລຂາ, ຮອ ຄຳພິທູນ ກົມມະຫຼວງ ເປັນຮອງ ແລະ ຮອ ນາງ ບົວຄຳ ອິນແກ້ວ ເປັນຄະນະກວດກາພັກ ເພື່ອພ້ອມກັນສືບຕໍ່ຊີ້ນຳ-ນຳພາສະມາຊິກພັກຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ ເປັນຕົ້ນແມ່ນວຽກງານຄຸ້ມຄອງງົບ ປະມານ ໂດຍສືບຕໍ່ສ້າງແຫຼ່ງລາຍຮັບຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງກົມກອງ ເພື່ອຮັບປະກັນແກ້ໄຂການເປັນຢູ່ຂອງບັນດາອ້າຍນ້ອງພາຍໃນກົມກອງໄດ້ເປັນຢ່າງດີຕໍ່ເນື່ອງ.