ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ

ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມກ່ຽວກັບ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດເມືອງກາສີ ໃນວັນທີ 23 ພຶດສະພາ 2019, ໃຫ້ການຕ້ອນຮັບໂດຍ ທ່ານ ສີພັນ ມະນີທອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ພ້ອມຄະນະ, ມີເລຂາພັກບ້ານ-ນາຍບ້ານ 9 ບ້ານ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ແພງຄຳ ຈັນທະມຸງຄຸນ ປະທານກວດກາພັກ-ລັດ ເມືອງກາສີ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໄກ່ເກ່ຍສິ່ງກີດຂວາງ ແລະ ປ້ອງກັນຄວາມສະຫງົບກັບ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຂດເມືອງກາສີ ຕໍ່ຂັ້ນເທິງ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:

ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານຫົວໜ້າຄະນະຊີ້ນຳປະສານງານໄກ່ເກ່ຍສິ່ງກີດຂວາງ ແລະ ປ້ອງກັນຄວາມສະຫງົບ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແຂວງວຽງຈັນ ສະບັບ ເລກທີ 09 ລົງວັນທີ 17 ມັງກອນ 2017 ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການໄກ່ເກ່ຍສິ່ງກີດຂວາງ ແລະ ປ້ອງກັນຄວາມສະຫງົບ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດເມືອງກາສີ ເຊິ່ງປະກອບມີ 5 ພາກສ່ວນ ໂດຍໄດ້ລົງສຳຫຼວດ, ວັດແທກ, ເກັບກຳຂໍ້ມູນຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແຕ່ວັນທີ 23 ກຸມພາ 2017-12 ເມສາ 2018 ໄດ້ສຳເລັດໂດຍພື້ນຖານ.

ຜ່ານການສຳຫຼວດ, ວັດແທກ, ເກັບກຳຂໍ້ມູນ ເຫັນວ່າ:

ແລວທາງລົດໄຟຜ່ານ ເມືອງກາສີ ມີລວງຍາວທັງໝົດ 31 ກິໂລແມັດ ໃນນັ້ນກວມເອົາທັງໝົດ 9 ບ້ານ ຄື: ບ້ານທົ່ງເໝືອດ, ໂພນສະຫວາດ, ໜອງບົວທອງ, ນາມົນໃໝ່, ນາມົນໃຫຍ່, ພູຄຳ, ວຽງແກ້ວ, ນ້ຳຟົດ ແລະ ບ້ານນາສັງທອງ, ລວມມີ 428 ຄອບຄົວ ປະກອບມີ: ສິ່ງປຸກສ້າງມີ 193 ລາຍການ, ມີດິນປຸກສ້າງ 263 ຕອນ ເນື້ອທີ່ 17,2 ເຮັກຕາ, ມີດິນນາ 112 ຕອນ ເນື້ອທີ່ 35,89 ເຮັກຕາ, ມີດິນສວນ 78 ຕອນ ເນື້ອທີ່ 25,23 ເຮັກຕາ, ມີໜອງປາ 9 ໜອງເນື້ອທີ່ 3 ເຮັກຕາ, ມີປ່າຊ້າ 2 ແຫ່ງ ແລະ ມີໂຮງຮຽນ 2 ຫຼັງ.

ນອກຈາກຜົນກະທົບຢູ່ໃນແລວທາງລົດໄຟແລ້ວ ຍັງມີເນື້ອທີ່ນາຢູ່ນອກແລວ ຢູ່ເຂດບ້ານທົ່ງເໝືອດ ທີ່ໄດ້ຮັບຜົນກະທົບຈຳນວນ 107,73 ເຮັກຕາ ບໍ່ສາມາດເຮັດນາໄດ້ 2 ປີແລ້ວ ເນື່ອງຈາກຄອງເໝືອງຖືກຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟ, ສັງລວມມູນຄ່າຜົນກະທົບຈາກການສຳຫຼວດໃນເບື້ອງຕົ້ນ ໂຄງການໄດ້ຮັບຜິດຊອບຊົດເຊີຍທັງໝົດ 68 ຕື້ກ່ວາກີບ. ຜ່ານມາ, ຄະນະກຳມະການ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄິດໄລ່ຊົດເຊີຍໃຫ້ຄອບຄົວຜູ້ຖືກຜົນກະທົບສຳເລັດແລ້ວ 7 ບ້ານ ລວມມີ 283 ຄອບຄົວ ເປັນເງິນທັງໝົດ 53.822.254.000 ກີບ, ໃນນັ້ນໄດ້ລົງລາຍເຊັນ 7 ພາກສ່ວນ ເພື່ອຄິດໄລ່ຊົດເຊີຍໃຫ້ບ້ານນ້ຳຟົດ ແລະ ບ້ານໂພນສະຫວາດ ຈຳນວນໜື່ງ ລວມມີ 103 ຄອບຄົວ ເປັນເງິນ 9.161.214.000 ກີບ ເຊິ່ງຈຳນວນດັ່ງກ່າວ ແມ່ນລໍຖ້າຮັບເງິນປະມານເດືອນມິຖຸນາ 2019 ນີ້.

ລົງຕິດຕາມຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມກ່ຽວກັບ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດເມືອງກາສີ
ລົງຕິດຕາມຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມກ່ຽວກັບ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດເມືອງກາສີ

ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆວຽງຈັນ ໄດ້ຮຽກຮ້ອງໃຫ້ ຄະນະຮັບຜິດຊອບ ເອົາໃຈໃສ່ຕື່ມໃນການເປັນເຈົ້າການສຳຫຼວດກວດກາໃຫ້ລະອຽດ ແລະ ສອດຄ່ອງກັບສະພາບຕົວຈິງ ໂດຍສະເພາະແມ່ນ ການຊົດເຊີຍໃຫ້ຄອບຄົວທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ເພື່ອໃຫ້ປະຊາຊົນມີຊີວິດຄອບຄົວທີ່ດີຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກ, ມີບ່ອນທຳມາຫາກິນ ແລະ ເປັນຄອບຄົວທີ່ພັດທະນາ, ເອົາໃຈໃສ່ຊຸກຍູ້ໃຫ້ພໍ່-ແມ່ປະຊາຊົນ ປູກຟັງ-ລ້ຽງສັດແບບປອດສານຜິດຫຼີກລ້ຽງການນຳໃຊ້ສານເຄມີເຂົ້າໃນການຜະລິດ ແລະ ຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ

ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ບັນດາຄະນະນຳຂອງເມືອງ ແລະ ພໍ່-ແມ່ປະຊາຊົນຮັບຮູ້ກ່ຽວກັບການກໍ່ສ້າງເສັ້ນທາງດ່ວນ ເພື່ອອຳນວຍຄວາມສະດວກໃນຕໍ່ໜ້າ ເຊັ່ນ: ການກະກຽມສຳຫຼວດໃຫ້ລະອຽດດ້ານຂອບເຂດການປູກຟັງ, ເຂດອຸດສາຫະກຳ ແລະ ເຂດປຸກສ້າງຕ່າງໆ, ດ້ານວຽກງານການປ້ອງກັນຄວາມສະຫງົບ ກໍ່ໃຫ້ມີສະຕິລະມັດລະວັງຕົວສູງ, ປ້ອງກັນເວນຍາມຢ່າງເຄັ່ງຄັດ ແລະ ເອົາໃຈໃສ່ກວດກາການເຂົ້າ-ອອກຂອງພົນລະເມືອງ ຢ່າງເຂັ້ມງວດ.