ໃນວັນທີ 27 ພຶດສະພາ ນີ້, ກະຊວງກະສິກຳຂອງຫວຽດນາມ ແຈ້ງໃຫ້ຮູ້ວ່າ ຫວຽດນາມ ກໍາລັງຮັບມືກັບພະ ຍາດອະຫິວາໝູອາຟຣິກກາ ທີ່ແພ່ລະບາດຢ່າງຮ້າຍແຮງ ດ້ວຍການຂ້າໝູເພີ່ມອີກ 500.000 ໂຕໃນໄລຍະສອງອາທິດທີ່ຜ່ານມາ ລວມທັງທີ່ຂ້າໄປແລ້ວ 1.7 ລ້ານໂຕ ຄິດເປັນ 5% ຂອງຈຳນວນໝູລ້ຽງໃນທົ່ວປະເທດ.

ກົມລ້ຽງສັດ ກະຊວງກະສິກຳຫວຽດນາມ ຖະແຫຼງວ່າ ຫວຽດນາມ ພົບໝູຕິດເຊື້ອພະຍາດອະຫິວາອາຟຣິກກາ ຄັ້ງທຳອິດໃນເດືອນກຸມພາ, ຂະນະນີ້ແພ່ລະບາດໄປແລ້ວ 42 ແຂວງ ຈາກທັງໝົດ 63 ແຂວງ ເປັນການແພ່ລະບາດທີ່ຮ້າຍແຮງທີ່ສຸດ ແລະ ສ້າງຄວາມເສຍຫາຍຫຼາຍທີ່ສຸດໃນປະຫວັດສາດຂອງປະເທດ ເຖິງແມ່ນເຊື້ອໄວຣັດນີ້ມີມາເກືອບຮ້ອບປີແລ້ວ. ແຕ່ຍັງບໍ່ມີວັກແຊງປ້ອງກັນ ຫຼື ຢາປິ່ນປົວ, ຂະນະທີ່ການຄວບຄຸມການແພ່ລະບາດກໍເຮັດໄດ້ຍາກ ເນື່ອງຈາກເຊື້ອໄວຣັດ ສາມາດມີຊີວິດຢູ່ໃນສະພາບແວັດລ້ອມໄດ້ນານ ໂດຍຢຸດການເຕີບໂຕ ແຕ່ບໍ່ຕາຍ ແລະ ສາມາດແພ່ລະບາດໄດ້ຫຼາຍວິທີ.

ທາງການຫວຽດນາມ ແຈ້ງໃນຕົ້ນເດືອນພຶດສະພາ ນີ້ວ່າ: ຈະລະດົມກຳລັງທະຫານ ແລະ ຕຳຫຼວດ ຊ່ວຍຢຸດການແພ່ລະບາດ ຂະນະທີ່ອົງການອາຫານ ແລະ ກະເສດຕະກອນແຫ່ງສະຫະປະຊາຊາດ ຫຼື (FAO) ແນະນໍາຕັ້ງແຕ່ເດືອນມີນາ ໃຫ້ຫວຽດນາມ ປະກາດພະຍາດອະຫິວາໝູອາຟຣິກກາ ແພ່ລະບາດ ເປັນເຫດສຸກເສີນລະດັບຊາດ, ຊາວຫວຽດນາມ ບໍລິໂພກຊີ້ນໝູຫຼາຍເຖິງສາມໃນສີ່ຂອງອາຫານທັງໝົດ, ໝູທີ່ລ້ຽງທົ່ວປະເທດ 30 ລ້ານໂຕ ສ່ວນຫຼາຍລ້ຽງເພື່ອການບໍລິໂພກຂອງຄົນພາຍໃນປະເທດ 90 ລ້ານຄົນ, ສ່ວນຈີນ ລ້ຽງໝູຫຼາຍທີ່ສຸດໃນໂລກ ແລະ ກຳລັງມີພະຍາດອະຫິວາໝູອາຟຣິກກາ ແພ່ລະບາດ ແລະ ກຳລັງຈະເລີ່ມການທົດລອງແບບຄລີນິກຢາວັກແຊງປ້ອງກັນພະຍາດດັ່ງກ່າວນີ້ທີ່ເຮັດໃຫ້ໝູຕາຍ ແຕ່ບໍ່ຕິດຕໍ່ສູ່ຄົນ.