ພັຕ ຄໍາເຕົ່າ ກໍາລັດສາລີ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງສິງ

ໃນວັນທີ 21 ພຶດສະພາ 2019 ຢູ່ທີ່ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານປ້ອງກັນລະຫວ່າງ ກອງພັນປ້ອງກັນເຄືອນທີ່, ປກສ ເມືອງສິງ, ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດ ແລະ ທະນາຄານສົ່ງເສີມກະສິກຳ ປະຈຳເມືອງສິງ, ໂດຍມີ ພັຕ ຄໍາເຕົ່າ ກໍາລັດສາລີ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງສິງ, ມີຄະນະກອງພັນເຄືອນທີ່ ປກສ ແຂວງ, ຫົວໜ້າຄະນະທະນາຄານ 3 ທະນາຄານ ແລະ ພະນັກງານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມ ຂອງກໍາລັງປ້ອງກັນເຄືອນທີ່ ປກສ ແຂວງ ທີ່ປະຈຳຢູ່ໜ່ວຍບໍລິການ ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດ ແລະ ທະນາຄານສົ່ງເສີມກະສິກຳ ປະຈຳເມືອງສິງ, ການອຸດໜູນແຮງງານ, ສະ ຖານທີ່ພັກເຊົ່າ ແລະ ນະໂຍບາຍດ້ານອື່ນໆ; ພ້ອມນີ້ ເພື່ອສືບຕໍ່ ມອບໃຫ້ກອງບັນຊາການ ປກສ ເມືອງສິງ ເປັນຜູ້ເຮັດວຽກງານປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທັງ 3 ທະນາຄານ ກອງປະຊຸມໄດ້ແຕ່ງຕັ້ງ ພະນັກງານ-ນັກຮົບ ໄປປະຈຳການປ່ຽນແທນອ້າຍ-ນ້ອງກອງພັນປ້ອງກັນເຄືອນທີ່ ປກສ ແຂວງ.

ກອງປະຊຸມແລກປ່ຽນບົດຮຽນວຽກງານປ້ອງກັນລະຫວ່າງ ກອງພັນປ້ອງກັນເຄືອນທີ່, ປກສ ເມືອງສິງ

ພັດ ຄໍາເຕົ່າ ກໍາລັດສາລີ ຍັງ ໄດ້ໄດ້ເໜັ້ນໜັກໃຫ້ຜູ້ທີ່ລົງໄປປະຈໍາຢູ່ໃໝ່ໃນຄັ້ງນີ້ ໃຫ້ເອົາໃຈໃສ່ ເປັນຕົ້ນແມ່ນ ໃຫ້ປະຕິບັດກົດລະບຽບຂອງທາງ 3 ທະນາຄານ ວາງອອກຕິດພັນກັບການປ້ອງກັນໃຫ້ມີຄວາມຮັບຜິດຊອບ, ການເຮັດວຽກງານໃຫ້ເປັນເອກະພາບກັນແຕ່ລະທະນາຄານ, ປະສານງານໃນລະບອບການສ່ອງແສງລາຍງານໃຫ້ຂັ້ນເທິ່ງເປັນປົກກະຕິ ແລະ ເຕົ້າໂຮມຄວາມສາມັກຄີ ທັງ 3 ທະນາຄານ ໃຫ້ມີຄວາມແໜ້ນ ແຟ້ນຂຶ້ນກ່ວາເກົ່າ.