ຕຳຫຼວດຊາຍແດນເມືອງເບນີ-ເອັນຊາ ທາງພາກເໜືອຂອງປະເທດໂມຣັອກໂກ ຈັບກຸມຊາຍທ້ອງຖິ່ນ 3 ຄົນ ໃນຂໍ້ຫາຄ້າມະນຸດ

ເດລີເມວ ລາຍງານ ໃນວັນທີ 27 ພຶດສະພາ ວ່າ:

ຕຳຫຼວດຊາຍແດນເມືອງເບນີ-ເອັນຊາ ທາງພາກເໜືອຂອງປະເທດໂມຣັອກໂກ ຈັບກຸມຊາຍທ້ອງຖິ່ນ 3 ຄົນ ໃນຂໍ້ຫາຄ້າມະນຸດ ໃນວັນທີ 25 ພຶດສະພາ ທີ່ຜ່ານມາ ຫຼັງຈາກຕຳຫຼວດພົບຜູ້ລີ້ໄພ 3 ຄົນ ເປັນຍິງອາຍຸ 15 ປີ ແລະ ຊາຍອີກ 2 ຄົນ ອາຍຸ 20-21 ປີ ເຊື່ອງຢູ່ໃນລົດຍົນ 3 ຄັນ ເພື່ອພະຍາຍາມເດີນທາງຂ້າມຊາຍແດນໄປເມືອງເມລີຢາ ດິນແດນແອັດສະປາຍ ທາງຝັ່ງທະເລເມດີແຕເຣນຽນ ຂອງທະວີບອາຟຣິກກາເໜືອ ເພື່ອລັກລອບຂ້າມຕໍ່ໄປຍັງ ເອີຣົບ.

ໂດຍຊາຍຜູ້ລີ້ໄພຄົນໜຶ່ງ ຂົດຕົວຢູ່ໃນຊ່ອງວ່າງລະຫວ່າງ ແຜງຄວບຄຸມດ້ານໜ້າລົດ ກັບ ກະໂປງໜ້າລົດ ສ່ວນອີກສອງຄົນ ຊ້ອນຕົວຢູ່ເບາະນັ່ງຂ້າງຫຼັງ.

ຜູ້ລີ້ໄພຄົນໜຶ່ງ ຂົດຕົວຢູ່ໃນຊ່ອງວ່າງລະຫວ່າງ ແຜງຄວບຄຸມດ້ານໜ້າລົດ ກັບ ກະໂປງໜ້າລົດ
ຜູ້ລີ້ໄພຄົນໜຶ່ງ ຂົດຕົວຢູ່ໃນຊ່ອງວ່າງລະຫວ່າງ ແຜງຄວບຄຸມດ້ານໜ້າລົດ ກັບ ກະໂປງໜ້າລົດ

ຈາກການກວດສອບເບື້ອງຕົ້ນ ພົບວ່າ:

ຜູ້ລີ້ໄພທັງ 3 ຄົນ ທີ່ຊ້ອນຕົວຢູ່ໃນລົດດົນ 3 ຊົ່ວໂມງ ມີອາການຫາຍໃຈບໍ່ອອກ, ວິນຫົວ, ເຈັບປວດບໍລິເວນຂໍ້ຕໍ່ ແລະ ຕ້ອງເຂົ້າຮັບການປິ່ນປົວຈົນອາການດີຂຶ້ນ.