ວັນທີ 30 ພຶດສະພາ 2019 ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດຕັ້ັ້ງປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 60 ປີ(18 ພຶດສະພາ 1959-18 ພຶດສະພາ 2019) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວ ລາວຮັກຊາດ ຄົບຮອບ 59 ປີ (24 ພຶດ ສະພາ 1960-18 ພຶດສະພາ 2019) ປາຖະກະຖາໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ, ຄະນະຫ້ອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ຕະຫຼອດຮອດ ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງ.

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 60

ພັອ ທອງໃບ ລໍວັນໄຊ ໄດ້ຍົກໃຫ້ເຫັນເຫດການທີ່ມີຄວາມໝາຍຄວາມສຳຄັນ ແລະ ປັດໄຈພື້ນຖານໃນການຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງ ໄຫຫີນ ແຂວງຊຽງຂວາງ ໃນວັນທີ 18 ພືສະພາ 1959, ຍ້ອນການຊີ້ນຳ-ນຳພາອັນຖືກຕ້ອງສະຫຼາດສ່ອງໃສ ແລະ ເປັນທຳຂອງພັກປະຊາຊົນ ປະຕິວັດລາວ, ຍ້ອນສະມາຊິກພັກ ແລະ ພະນັກງານ-ນັກຮົບ ກອງພັນທີ 2 ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກຄວາມຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫຼາຍປະການ, ມີຄວາມສາມັກຄີເປັນເອກະພາບ, ມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ມີລະບຽບວິໄນ ແລະ ປະຕິບັດຄໍາສັ່ງເຂັ້ມງວດ, ຮັກສາຄວາມລັບໄດ້ຢ່າງເດັດຂາດ.

ທັງໝົດນັ້ນແມ່ນໄຊຊະນະອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ຊີ້ນາ-ນຳພາຂອງພັກ, ມັນໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ຄະນະພັກ, ຄະນະບັນຊາ, ສະມາຊິກພັກ, ຕະຫຼອດ ຮອດພະນັກງານ-ນັກຮົບ ໄດ້ຮຽນຮູ້ແບບຢ່າງມູນເຊື້ອການຕໍ່ສູ້ໂດຍບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນ ລາວບັນດາເຜົ່າຜູ້ຮັກຊາດ ທີ່ໄດ້ພ້ອມພາກັນລຸກຮື້ຂຶ້ນຕໍ່ສູ້ທັບມ້າງກົນອຸບາຍຂອງສັດຕູ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດຜູ້ຮຸກຮານ ຈົນສາມາດຕີເອົາຊະນະສັດຕູ ແລະ ເຮັດໃຫ້ຊື່ສຽງອິດທິພົນຂອງກຳລັງປະຕິວັດ, ແນວລາວຮັກຊາດ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີສາກົນ.


ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018

ພ້ອມດຽວກັນນັ້ນ ທ່ານຍັງໄດ້ເລົ່າຄືນເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ເຊິ່ງພວກລັດຖະບານຫຸ່ນວຽງຈັນ ລູກແຫຼ້ງຂອງຈັກ ກະພັດຜູ້ຮຸກຮານ ເວລາໃດກໍບໍ່ລົດລະຄວາມພະຍາຍາມທີ່ຊົ່ວຮ້າຍໃນການຫວັງທຳລາຍກອງກຳລັງປະຕິວັດ ແລະ ປະຊາຊົນລາວ ຜູ້ຮັກຊາດ, ສະນັ້ນ ມາໃນວັນທີ 18 ກໍລະກົດ 1959 ພວກສັດຕູໄດ້ຈັບກຸມຄຸມຂັງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຈໍານວນ 16 ທ່ານ ເຂົ້າຢູ່ທີ່ຄຸກໂພນເຄັງ, ແຕ່ຍ້ອນການຊີ້ນຳທີ່ສະຫຼາດສ່ອງໃສ ແລະ ປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ມີນໍ້າໃຈຮັກຊາດ, ຄວາມຮູ້ຄວາມສາມາດ, ໄຫວພິບຂອງບັນດາທ່ານຜູ້ນໍາໃນການປຸກລະດົມຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ຈຶ່ງເຮັດໃຫ້ສັດຕູກາຍມາເປັນມິດສະຫາຍຮ່ວມຕາຍນໍາກັນ, ພາຍຫຼັງຖືກກັກຂັງມາເປັນເວລາເກືອບ 300 ວັນ, ມາຮອດ ວັນທີ 24 ພຶດສະພາ 1960 ຜູ້ນໍາທັງໝົດກໍສາມາດໂຕນ ອອກຈາກຄຸກ ແລະ ກັບໄປສູ່ເຂດທີ່ ໝັ້ນຂອງການປະຕິວັດໄດ້ຢ່າງປອດໄພ.

ໂອກາດດຽວກັນ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ບໍລິຄໍາໄຊ ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ໃຫ້ 2 ຮາກຖານພັກ ແລະ 22 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມອບໃບຢັ້ງຢືນໂດຍ ທ່ານ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.