ຄະດີຄາດຕະກໍາ ທ່ານ Matt Warren ພໍ່ຂອງພະນັກງານສານປະຊາຊົນສູງສຸດ ປະເທດອາເມລິກາ ໃນປີ 1938

ຫຼັງຈາກເຫດການຜ່ານໄປໄດ້ 5 ປີ, ທ່ານ Earl Warren ໄດ້ຂຶ້ນຕຳແໜ່ງເປັນ ເຈົ້າຄອງລັດຄາລິຟໍເນຍ ແລະ ເມື່ອເວລາອັນເໝາະສົມມາເຖິງ ຈຶ່ງໄດ້ຮີບຮ້ອນກັບໄປທີ່ນະຄອນ Bakersfield ເພື່ອສືບຕໍ່ເຮັດວຽກສືບສວນ-ສອບສວນກ່ຽວກັບ ຄະດີຂອງພໍ່ຕົນເອງ.

ເຊິ່ງເຫດການຄາດຕະກຳນີ້ ໄດ້ເກີດຂຶ້ນໃນວັນທີ 14 ພຶດສະພາ 1938 ເຊິ່ງອາດເວົ້າໄດ້ວ່າ:

ເປັນຄະດີໂດ່ງດັງ ແລະ ເປັນຄະດີດັງທີ່ສຸດ ໃນປະຫວັດສາດຂອງນະຄອນດັ່ງກ່າວ ທີ່ບໍ່ທັນສືບຮູ້ໄດ້ວ່າ ໃຜເປັນຄາດຕະກອນ, ເຊິ່ງຜູ້ເສຍຊີວິດທັງໆທີ່ເປັນພໍ່ຂອງ ປະທານສານປະຊາຊົນສູງສຸດ ປະເທດອາເມລິການ ໃນໄລຍະຕໍ່ມາ.

ຜູ້ເສຍຊີວິດ ແມ່ນມີຖ່ິນກຳເນີດຢູ່ປະເທດນອກແວ ເມື່ອເຕີບໃຫຍ່ແລ້ວໄດ້ຍົກຍ້າຍມາດຳລົງຊີວິດຢູ່ລອດອັງເຈີລິສ. ຈາກນັ້ນ, ກໍຍ້າຍມານະຄອນ Bakersfield, ໜ້າທີ່ການງານຂອງຜູ້ກ່ຽວ ແມ່ນເປັນພະນັກງານຮັບຜິດຊອບກວດກາເສັ້ນທາງລົດໄຟ ມະຫາສະໝຸດປາຊີຟິກໃຕ້, ທ່ານໄດ້ລົງທຶນເງິນທີ່ມີຂອງຕົນໃສ່ກັບຄ້າຂາຍ ແລະ ທຸລະກິດສ່ວນຕົວ ຈົນປະສົບຜົນສຳເລັດ, ທ່ານຈຶ່ງຖືກຍອມຮັບວ່າ ເປັນບຸກຄົນໜຶ່ງທີ່ສະຫງ່ຽມຄ່ຽມຄົມ ແລະ ເປັນບຸກຄົນໜຶ່ງທີ່ຮັ່ງມີໃນຂົງເຂດນັ້ນ.

ເຖິງຢ່າງໃດກໍຕາມ, ການຕິດຕາມສືບສວນຂອງຄະດີດັ່ງກ່າວນັ້ນ ແມ່ນຍ້ອນຄວາມໂດ່ງດັງ ແລະ ມີຊື່ສຽງຂອງລູກຊາຍຜູ້ກ່ຽວ ທ່ານ Earl Warren ເພາະຫຼັງຈາກເຫດຄະດີຄາດຕະກຳພໍ່ ຜ່ານໄປບໍ່ດົນ ທ່ານກໍກ້າວຂຶ້ນເປັນນັກການເມືອງອັນດັບໜຶ່ງຂອງລັດຄາລິຟໍເນຍ ເຊິ່ງມີຕຳແໜ່ງເປັນປະທານລັດດັ່ງກ່າວ ເປັນເວລາ 3 ສະໄໝຕິດຕໍ່ກັນ.

ຕະຫຼອດເວລາຫຼາຍເດືອນຕິດຕ່ໍກັນ, ບັນດາສື່ຂ່າວ ນັບທັງ ໜັງສືພິມ ແລະ ວາລະສານ ໄດ້ທະຍອຍເອົາບົດຄວາມທີ່ຂຽນກ່ຽວກັບ ຄວາມຄືບໜ້າການສືບສວນ-ສອບສວນຂອງເຈົ້າໜ້າທີ່ ລົງໜ້າໜັງສື ດ້ວຍການເຂົ້າຮ່ວມການສືບສວນ-ສອບສວນ ຈາກພະນັກງານທັງໝົດ 22 ຄົນ, ແຕ່ນັ້ນຍັງບໍ່ທັນໄດ້ນັບ ພະນັກງານເລຂາ ແລະ ນັກຊ່ຽວຊານດ້ານການຄົ້ນຄວ້າ ຄະດີອາຊະຍາກຳ ນຳອີກ.

ໃນສຳນວນເອກະສານຄະດີຄາດຕະກຳ ທ່ານ Matt Warren ທີ່ໄດ້ບັນທຶກໄວ້ ກໍຍັງໄດ້ລະບຸໄວ້ວ່າ: ມີ 7 ອົງການສືບສວນ-ສອບສວນ ແລະ ຕາງໜ້າອົງການ ເຂົ້າຮ່ວມ ໃນຂະບວນການສືບສວນ-ສອບສວນຄະດີດັ່ງກ່າວດ້ວຍ.

ພາບ: ຕະກຸນ Warren
ພາບ: ຕະກຸນ Warren

ທ່ານ Robert Powers ຜູ້ຊີ້ນຳຕຳຫຼວດກຸ່ມ ຕ້ອງໄດ້ຍອມທົນຕ່ໍຄວາມກົດດັນ ແລະ ເຊື່ອງອຳການເຂົ້າຮ່ວມແກ້ໄຂຄະດີທີ່ເກີດຂຶ້ນ ທີ່ມີຫຼາຍພາກສ່ວນເຂົ້າຮ່ວມ ເພາະວ່າ ທ່ານ Robert Powers ຕ້ອງເປັນຄົນຮັບຜິດຊອບ ແລະ ລາຍງານບາດກ້າວຂອງການສືບສວນທຸກໄລຍະ.

ທ່ານ Robert Powers ໄດ້ກ່າວວ່າ:

ຄະດີຄາດຕະກຳ ທ່ານ Matt Warren ແມ່ນຖືກເບິ່ງເປັນຄະດີໂດ່ງດັງ ອັນດັບ 1 ໃນໄລຍະເວລາອັນຍາວນານ, ເຊິ່ງດັງກວ່າ ການກວດພົບຊິ້ນສ່ວນເຮືອບິນການຄ້າ ຢູ່ເທິງຈອມພູ Yosemite ອີກດ້ວຍ ເພາະວ່າ ຄະດີຄາດຕະກຳລາຍນີ້ ຍັງຄອງອັນດັບຄວາມສົນໃຈ ແລະ ຍັງປະກົດໃນໜ້າ 1 ຂອງໜັງສືພິມ ແລະ ສື່ຂ່າວອື່ນໆ.

ທ່ານ Robert Powers ເປີດເຜີຍຕື່ມວ່າ: ຕົນເອງຕ້ອງອຶດອັດໃຈ ເພາະບໍ່ສາມາດຕອບຄຳຖາມຂອງນັກຂ່າວກ່ຽວກັບ ຄວາມຄືບໜ້າໃນການສືບສວນ-ສອບສວນ ໄດ້ເລີຍ.

ໂດຍລວມແລ້ວ, ການປະຕິບັດວຽກສືບສວນຫາເປົ້າໝາຍລົງມືຄາດຕະກຳຄັ້ງນີ້ ເຈົ້າໜ້າທີ່ໄດ້ຄັດເລືອກເປົ້າໝາຍ ແລະ ກັກເອົາຜູ້ຖືກສົງໄສມາສອບສວນຫຼາຍສິບຄົນ ແລະ ຜ່ານການນຳສະເໜີຂ່າວລົງສື່, ຈຶ່ງເຮັດໃຫ້ປະຊາຊົນມີຄວາມຫວັງວ່າ ເປົ້າໝາຍທີ່ລົງມືກໍ່ເຫດ ຈະຕ້ອງອອກມາຍອມຈຳນົນໃນອີກບ່ໍດົນ ຫຼື ອາດຈະສືບຮູ້ໄດ້ຢ່າງແນ່ນອນ. ແຕ່ບັນຫາທີ່ເປັນອຸປະສັກຕໍ່ເຈົ້າໜ້າທີ່ ໃນການປະຕິບັດວຽກງານ ແມ່ນບໍ່ສາມາດເກັບລາຍນິ້ວມືຄົນຮ້າຍ ໃນສະຖານທີ່ເກີດເຫດ ແລະ ຕາມອາວຸດທີ່ຜູ້ກ່ຽວໃຊ້ລົງມື.