ສາຍການບິນ ບຣິຕິສ ແອເວ ຂອງອັງກິດ ໄດ້ເປີດຖ້ຽວບິນໄປ ປາກິດສະຖານ ອີກຄັ້ງ

ສາຍການບິນ ບຣິຕິສ ແອເວ ຂອງອັງກິດ ໄດ້ເປີດຖ້ຽວບິນໄປ ປາກິດສະຖານ ອີກຄັ້ງ ໃນວັນທີ 3 ມິຖຸນາ ທີ່ຜ່ານມາ ຫຼັງຈາກທີ່ຢຸດຕິຖ້ຽວບິນໄປດ້ວຍເຫດຜົນດ້ານຄວາມປອດໄພ ຕັ້ງແຕ່ເກີດລະເບີດທີ່ ໂຮງໂຮມແມຣິອອດ ໃນນະຄອນຫຼວງອິສລາມາບັດ ໃນວັນທີ 20 ກັນຍາ 2008 ທີ່ເຮັດໃຫ້ມີຜູ້ເສຍຊີວິດ 54 ຄົນ ບາດເຈັບ 266 ຄົນ ແລະ ໃນຄັ້ງນັ້ນ ເຮັດໃຫ້ສະຖານທູດ ແລະ ອົງກອນລະຫວ່າງປະເທດຫຼາຍແຫ່ງ ພາກັນຖອນເຈົ້າໜ້າທີ່ອອກເປັນຈຳນວນຫຼາຍ.

ທ່ານ ໂທມັສ ດຣູ ຂ້າຫຼວງໃຫຍ່ອັງກິດ (High Commissioner) ປະຈຳ ປາກິດສະຖານ ຖະແຫຼງວ່າ:

ສາຍການບິນແຫ່ງຊາດຂອງອັງກິດ ກັບມາແລ້ວ, ສອງປະເທດເຊິ່ງມີຄວາມໃກ້ຊິດກັນໃນຫຼາຍດ້ານ ໄດ້ໃກ້ຊິດກັນຫຼາຍຂຶ້ນໄປອີກຂັ້ນໜຶ່ງ ທັ້ງນີ້ເພາະສະຖານະການຄວາມປອດໄພ ໃນປາກິດສະຖານ ດີຂຶ້ນຫຼາຍໃນໄລຍະຫຼາຍປີມານີ້.

ທັ້ງນີ້, ບຣິຕິສ ແອເວ ເລີ່ມກັບມາໃຫ້ບໍລິການຖ້ຽວບິນຈາກ ສະໜາມບິນຮີດໂທຣ ນະຄອນຫຼວງລອນດອນ ໄປ ສະໜາມບິນ ນະຄອນຫຼວງອິສລາມາບັດ ຂອງປາກິດສະຖານ ອີກຄັ້ງ ອາທິດລະ 3 ຖ້ຽວ ຈາກເດີມອາທິດລະ 6 ຖ້ຽວ.

ອັງກິດ ຖືວ່າເປັນປະເທດທີ່ມີຊຸມຊົນຊາວປາກິດສະຖານ ໃຫຍ່ທີ່ສຸດໃນເອີຣົບ, ມີຄົນເຊື້ອສາຍປາກິດສະຖານອາໄສຢູ່ຫຼາຍກວ່າລ້ານຄົນ ຈຶ່ງມີການເດີນທາງໄປມາຫາສູ່ຢ່າງຄຶກຄື້ນ ແຕ່ຫຼັງຈາກເກີດເຫດລະເບີດດັ່ງກ່າວ ບຣິຕິສ ແອເວ ໄດ້ຢຸດຕິຖ້ຽວບິນກັບ ປາກິດສະຖານ ແລະ ເຫຼືອພຽງສາຍການບິນ ປາກິດສະຖານ ອິນເຕີເນເຊີນໂນ ເທົ່ານັ້ນ ທີ່ໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງສອງປະເທດ ຜູ້ໂດຍສານສ່ວນຫຼາຍຈຶ່ງຕ້ອງໃຊ້ບໍລິການ ສາຍການບິນຕະເວັນອອກກາງແທນ.