ຄະດີຄາດຕະກໍາ ທ່ານ Matt Warren ພໍ່ຂອງພະນັກງານສານປະຊາຊົນສູງສຸດ ປະເທດອາເມລິກາ ໃນປີ 1938

ຄະດີຄາດຕະກໍາ ທ່ານ Matt Warren ພໍ່ຂອງພະນັກງານສານປະຊາຊົນສູງສຸດ ປະເທດອາເມລິກາ ໃນປີ 1938 ເຊິ່ງເຫດການທີ່ເກີດຂຶ້ນ ແມ່ນໄດ້ມີຫຼາຍພາກສ່ວນເຂົ້າມາເຮັດວຽກສືບສວນ-ສອບສວນ ລວມເຖິງເອກະສານສຳນວນຄະດີ ຖືກສົ່ງໄປເຖິງ ອົງການຂັ້ນສູງ ແຕ່ກໍຍັງບໍ່ສາມາດສືບຮູ້ໄດ້ກ່ຽວກັບຄາດຕະກອນ ທີ່ລົງມືໃນເຫດການນີ້; ຈົນເວລາຜ່ານມາເປັນ 80 ປີ, ໃນຂະນະທີ່ ນັກຄົ້ນຄວ້າວິທະຍາສາດ ຈາກລັດຄາລິຟໍເນຍ ປະເທດອາເມລິກາ ໄດ້ສັງເກດເຫັນຮູບພາບໃນສຳນວນຄະດີ ທີ່ຍັງເກັບຮັກສາໄວ້ນັ້ນ ຈຶ່ງເກີດມີແນວຄິດຢາກຊອກຫາຜູ້ກໍ່ເຫດ.

ຜ່ານການວິເຄາະຈາກທ່ານນັກວິທະຍາສາດ ຈຶ່ງສາມາດສັນນິຖານເຫດການທີ່ເກີດຂຶ້ນໄດ້ ວ່າ:

ຜູ້ກໍ່ເຫດຄາດຕະກຳລາຍນີ້ ໄດ້ລັກເຂົ້າມາທາງເດີ່ນບ້ານ, ເຂົ້າໄປທາງປະຕູຫຼັງຫ້ອງ, ຈາກນັ້ນຜູ້ກ່ຽວໄດ້ຈັບເອົາທໍ່ແປັບນໍ້າເຮືອນຄົວເພື່ອງັດປະຕູ ເມື່ອງັດໄດ້ແລ້ວ, ຜູ້ກ່ຽວເຫັນຜູ້ຖືກເຄາະຮ້າຍ ກຳລັງນັ່ງປິ່ນຫຼັງມາເບື້ອງຕົນເອງ.

ເຊິ່ງຕາມການຄາດຄະເນ ຕາມຫຼັກຖານທີ່ເກັບໄວ້ໄດ້, ທ່ານ Matt Warren ເວລານັ້ນ ແມ່ນນັ່ງຄິດໄລ່ ແລະ ນັບເງິນ ເພາະວ່າຕອນເຊົ້າວັນດຽວກັນ ຜູ້ກ່ຽວຫາກໍໄດ້ຮັບເງິນຄ່າເຊົ່າເຮືອນ ແລະ ເພາະມົວແຕ່ເອົາໃຈໃສ່ນັບເງິນ ຈຶ່ງບໍ່ໄດ້ຍິນສຽງໃຜມາງັດປະຕູຫ້ອງ, ອີກຢ່າງໜຶ່ງ ຜູ້ກ່ຽວກໍຢູ່ເຮືອນຄົນດຽວ ເນື່ອງຈາກວ່າເມຍຂອງຜູ້ກ່ຽວໄປຢ້ຽມຢາມລູກຢູ່ຕ່າງເມືອງ.

ຜູ້ກໍ່ເຫດ ຈຶ່ງລົງມືໄດ້ແບບງ່າຍດາຍ ໂດຍພຽງແຕ່ໃຊ້ທໍ່ນໍ້າຕີໃສ່ ທ່ານ Matt Warren ຢ່າງແຮງ ແລະ ຖືກຈຸດສໍາຄັນເທົ່ານັ້ນ ກໍໝົດສະຕິລົງທັນທີ ແລະ ຜູ້ກ່ຽວກໍຫອບເອົາເງິນ ແລະ ປຶ້ມບັນຊີເງິນຂອງຜູ້ເສຍຊີວິດ ຫຼົບໜີຢ່າງໄວວາ.

ທ່ານ Earl Warren
ທ່ານ Earl Warren

ຜ່ານການເຂົ້າກວດກາເກັບກຳຂໍ້ມູນ ໃນສະຖານທ່ີເກີດເຫດ ພົບວ່າ:

ມີທໍ່ນໍ້າທີ່ເປື້ອນເລືອດ ຢູ່ເດີ່ນນອກເຮືອນ ແລະ ຕາມເສັ້ນທາງທີ່ຜູ້ກໍ່ເຫດໜີນັ້ນ ເບິ່ງຄືວ່າ ຜູ້ກ່ຽວໄດ້ກວດກາເບິ່ງປຶ້ມບັນຊີເງິນທີ່ຜູ້ກ່ຽວເອົາໄປນໍາ ເພາະສັງເກດເຫັນເຈ້ຍບັນຊີລາຍຊື່ ແລະ ມີເງິນໃບ 5 ໂດລາ ຂອງຜູ້ເສຍຊີວິດ ຕົກເຮ່ຍຈໍານວນໜຶ່ງ ແລະ ໃນສະຖານທີ່ເກີດເຫດ ກໍໄດ້ມີຫຼັກຖານບາງຢ່າງ ທີ່ເຈົ້າໜ້າທີ່ເກັບກໍາໄດ້.

ທ່ານ William Reed ແມ່ນບຸກຄົນທີ່ໃກ້ຊິດຕິດແທດກັບຜູ້ຕາຍ ເປັນຄົນທີ່ເຫັນສົບຂອງ ທ່ານ Matt Warren ນອນເສຍຊີວິດຢູ່ເທິງຕຽງນອນກ່ອນໝູ່ ໃນຕອນເຊົ້າຂອງວັນຕໍ່ມາ. ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ລາຍງານ ເຈົ້າໜ້າທີ່ຕໍ່ກ່ຽວກັບສົບດັ່ງກ່າວ ແລ້ວຜູ້ກ່ຽວກໍຮີບສົ່ງຂ່າວຫາລູກຊາຍຂອງຜູ້ເສຍຊີວິດ ເຊິ່ງແມ່ນ ທ່ານ Earl Warren ຢ່າງຮີບດ່ວນ, ໃນຂະນະນັ້ນ ທ່ານ Earl Warren ເປັນພະນັກງານສານປະຊາຊົນສູງສຸດ ເທດສະບານເມືອງ Alameda ລັດຄາລິຟໍເນຍ.

ຫຼັງຈາກຜ່ານການພິສູດທີ່ເກິດເຫດ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງເກີດມີຂໍ້ສົງໄສວ່າ: ຜູ້ເສຍຊີວິດ ພະຍາຍາມຂຶ້ນໄປເສຍຊີວິດຢູ່ເທິງຕຽງ ຫຼື ວ່າ ມີຄົນໂຈມສົບທີ່ເສຍຊີວິດແລ້ວ ຂຶ້ນມາໄວ້ເທິງຕຽງ.