ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີຂອງການາດາ

ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີຂອງການາດາ ປະກາດ ໃນວັນທີ 10 ມິຖຸນາ ທີ່ຜ່ານມາ ວ່າ: ການາດາ ຈະຫ້າມໃຊ້ພຼາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ຕັ້ງແຕ່ປີ 2021 ເປັນຕົ້ນໄປ ພ້ອມກັບປະກາດເຊີນຊວນໃຫ້ທຸກປະເທດຮ່ວມກັນກຳຈັດຖົງພຼາສຕິກ, ທໍ່ດູດ ແລະ ເຄື່ອງໃຊ້ເທິງໂຕະອາຫານທີ່ຖືກຖິ້ມ ໃນມະຫາສະໝຸດທົ່ວໂລກ.

ນາຍົກລັດຖະມົນຕີ ທຣູໂດ ຖະແຫຼງວ່າ:

ທ່ານມີຄວາມຍິນດີທີ່ຈະປະກາດວ່າ ຕັ້ງແຕ່ປີ 2021 ເປັນຕົ້ນໄປ ການາດາ ຈະຫ້າມໃຊ້ພຼາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ ທົ່ວປະເທດ ແລະ ທ່ານກ່າວອີກວ່າ ການາດາ ມີໂອກາດທີ່ຈະເປັນຜູ້ນຳ ໃນການຕໍ່ຕ້ານມົນລະພິດຈາກພຼາສຕິກ ເນື່ອງຈາກ ການາດາ ເປັນປະເທດທີ່ມີຊາຍຝັ່ງທະເລ ຍາວທີ່ສຸດໃນໂລກ ແລະ ໃນປັດຈຸບັນນີ້, ພຼາສຕິກທີ່ໃຊ້ກັນໃນ ການາດາ ກໍມີບໍ່ເຖິງ 10% ທີ່ຖືກນຳກັບມາໃຊ້ອີກຄັ້ງ ເພາະສ່ວນຫຼາຍຈະຖືກຖິ້ມໃຫ້ຈົນເກີດເປັນ ມົນລະພິດທາງອາກາດ.

ທຸກໆປີ ມີນົກນັບລ້ານໂຕ ແລະ ສັດທະເລທີ່ລ້ຽງລູກດ້ວຍນົມ ຫຼາຍກວ່າ 100.000 ໂຕທົ່ວໂລກ ຕ້ອງໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຈາກການຖືກຖົງພຼາສຕິກຮັດ ຫຼື ກິນຖົງພຼາສຕິກເຂົ້າໄປ.

ລັດຖະບານ ການາດາ ກ່າວໃນຖະແຫຼງການ ວ່າ:

ພຼາສຕິກແບບໃຊ້ແລ້ວຖິ້ມ ຄິດເປັນ 70% ຂອງຂີ້ເຫຍື້ອພຼາສຕິກ ທີ່ຖືກຖິ້ມລົງໃນທະເລ ແລະ ມະຫາສະໝຸດ ເຊັ່ນ: ທໍ່ດູດ, ຖົງພຼາສຕິກ, ອຸປະກອນຮັບປະທານອາຫານ, ຖ້ວຍບ່ວງ, ຈານ… ສິ່ງເຫຼົ່ານີ້ ລ້ວນແຕ່ເປັນສ່ວນໜຶ່ງທີ່ຈະຫ້າມໃຊ້ໃນ ການາດາ.