ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ແລະ ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ເຜີຍແຜ່ເອກະສານກ່ຽວກັບກົດລະບຽບການສັນຈອນທາງບົກ ໃຫ້ນັກຮຽນໂຮງຮຽນມັດທະຍົມສົມບູນ ມສ ເມືອງແບງ ແຂວງອຸດົມໄຊ ໃນອາທິດຜ່ານມາ ເພື່ອເປັນ ການປູກຈິດສຳນຶກດ້ານການຂັບຂີ່ໃຫ້ນັກຮຽນໄດ້ຮັບຮູ້ ແລະ ເຂົົ້າໃຈການໃຊ້ລົດ ໃຊ້ຖະໜົນຮ່ວມກັນ; ເຊິ່ງນຳພາໂດຍ ຮທ ບົວເກດ ພິມມາລາ ຮອງຫົວໜ້າ ກອງໂຄສະນາ ພະແນກຕຳຫຼວດ ປກສ ແຂວງອຸດົມໄຊ.

ທ່ານ ທອງດຳ ແກ້ວບັນດິດ ຮອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງແບງ ກ່າວວ່າ: ການລົງເຜີຍແຜ່ກົດລະບຽບການສັນຈອນຄັ້ງນີ້ ກໍ ເພື່ອເປັນການໂຄສະນາປູກຈິດສໍານຶກ ແລະ ຍົກສູງສະຕິເຄົາລົບກົດລະບຽບ ຈະລາຈອນ ຊ່ວຍຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ, ເວົ້າສະເພາະຢູ່ໂຮງຮຽນ ມສ ເມືອງແບງ

ເພື່ອກຳໄດ້ຫຼັກການ, ລະບຽບການ, ວິທີການ, ມາດຕະການຕ່າງໆທີ່ພົວພັນຕໍ່ການຊົມໃຊ້ຍານພາຫະນະ, ການໃຊ້ລົດ-ໃຊ້ຖະໜົນໃຫ້ ມີຄວາມຮັບປະກັນ ແລະ ປອດໄພ. ຄະ ນະທີມງານ-ຄະນະຮັບຜິດຊອບຍັງຍົກໃຫ້ເຫັນບັນດາສະພາບ ແລະ ສາເຫດ ທີ່ພາໃຫ້ເກີດອຸບັດຕິເຫດ ເຊິ່ງໂດຍລວມແລ້ວ ແມ່ນເກີດຈາກນັກຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນສ່ວນຫຼາຍບໍ່ປະຕິບັດ ກົດລະບຽບຈະລາຈອນ, ລະເມີດ, ປະ ໝາດ ແລະ ຂາດສະຕິ ເປັນຕົ້ນ.

ໂອກາດນີ້, ທ່ານ ແກ້ວມະນີ ໄຊເຮືອງສີ ຍັງໄດ້ອະທິບາຍ-ຊີ້ແຈງ, ບັນດາ ວິທີການຂັບຂີ່, ການໃຊ້ລົດ-ໃຊ້ຖະໜົນ, ປ້າຍເຕືອນ, ປ້າຍຫ້າມ ແລະ ເຕັກນິກທີ່ ຖືກຕ້ອງ, ຮັບປະກັນ ແລະອື່ນໆ ເພື່ອ ໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້ເຂົ້າໃຈກໍາໄດ້ເນື້ອໃນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີກວ່າເກົ່າ. ພ້ອມກັບຈັດກິດຈະກໍາຖາມ-ຕອບບັນດາເນື້ອໃນເອກະສານທີ່ໄດ້ນໍາມາໂຄສະນາເຜີຍແຜ່ ແລະ ມອບຂອງລາງວັນ ໃຫ້ຜູ້ທີ່ຕອບຄໍາຖາມທີ່ຖືກຕ້ອງນໍາອີກ.