ເປັນປະທານໂດຍ ສະຫາຍ ພັຕ ຄຳມອນ ບົວວັນໄຊ ເລຂາໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ
ເປັນປະທານໂດຍ ສະຫາຍ ພັຕ ຄຳມອນ ບົວວັນໄຊ ເລຂາໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2019, ເປັນປະທານໂດຍ ສະຫາຍ ພັຕ ຄຳມອນ ບົວວັນໄຊ ເລຂາໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ, ເຂົ້າຮ່ວມມີ ສະຫາຍ ພັທ ແກ້ວອຸເຮືອນ ແພງດາລາ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ, ມີ ຄະນະໜ່ວຍພັກ, ຄະນະພະແນກກໍ່ສ້າງພັກ-ອົງການຈັດຕັ້ງມະຫາຊົນ, ຄະນະໜ່ວຍພັກ ອ້ອມຂ້າງ ຫ້ອງຕຳຫຼວດ, ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັຕ ຄຳມອນ ບົວວັນໄຊ ກ່າວວ່າ:

ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດສະມາຊິກພັກ, ພະນັກງານ-ນັກຮົບ ເປັນວຽກງານຕົ້ນຕໍ ເພື່ອໃຫ້ສະມາຊິກພັກ-ພະນັກງານນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເຮັດສຳເລັດຕໍ່ໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບການມອບໝາຍ, ເຊິ່ງມັນໄດ້ສະແດງອອກ ຄື:

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ

ໄດ້ເກັບກຳ ແລະ ບັນທຶກເອກະສານເຂົ້າ-ອອກ ພາຍໃນຫ້ອງຕຳຫຼວດ ປກສ ແຂວງ ໂດຍຜ່ານປະຕູດຽວ 5.600 ສະບັບ, ແຈກຢາຍເອກະສານໃຫ້ແຕ່ລະພະແນກໄດ້ 1.215 ສະບັບ, ກວດກາເອກະສານຕ່າງໆທີ່ເຂົ້າ-ອອກ ພາຍໃນຫ້ອງຕຳຫຼວດ ໂດຍຜ່ານປະຕູດຽວ 5.100 ສະບັບ, ຮັບ ແລະ ຄົ້ນຄວ້າຄຳຮ້ອງຟ້ອງໄດ້ 765 ສະບັບ, ສ້າງແຜນມອບເງິນລາຍຮັບປະຕູດຽວໄດ້ 60 ຄັ້ງ, ຂຶ້ນແຜນງົບປະມານເງິນເດືອນໄດ້ 60 ຄັ້ງ, ເຮັດບົດລາຍງານສະພາບປະຈຳວັນ, ບົດສະຫຼຸບປະຈຳອາທິດ, ປະຈຳເດືອນ, ເຮັດໜ້າທີ່ປະຈຳການໃຫຍ່ໄດ້ 120 ຄັ້ງ ແລະອື່ນໆ.

ທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ເຮັດວຽກງານການເມືອງ-ນຳພາແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ສືບຕໍ່ປັບປຸງໜ່ວຍພັກ ຢ່າງຕັ້ງໜ້າ, ເປັນຕົ້ນແມ່ນ ຕ້ອງເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຄະນະໜ່ວຍພັກ ຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳໆພາທຸກຂົງເຂດວຽກງານວິຊາສະເພາະ ທີ່ຂຶ້ນກັບໜ່ວຍພັກ ໃຫ້ມີການເຄື່ອນໄຫວຕາມສິດ ແລະ ພາລະບົດບາດໃນການເຮັດໜ້າທີ່ວຽກງານວິຊາສະເພາະ ພ້ອມທັງປັບປຸງດ້ານກົງຈັກການຈັດຕັ້ງຂອງພະແນກ ແລະ ຄັດເລືອດບັນຈຸສັບຊ້ອນບຸກຄະລາກອນ ໃສ່ໜ້າວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.

ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ ຊຸດໃໝ່
ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ ຊຸດໃໝ່

ນອກຈາກນີ້, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ພະແນກບໍລິຫານສັງລວມ-ຈັດຕັ້ງ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງ ຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ໂດຍເປັນເອກະພາບເລືອກເອົາ ສະຫາຍ ພັຕ ຄຳມອນ ບົວວັນໄຊ ເປັນ ເລຂາໜ່ວຍພັກ, ສະຫາຍ ພັຕ ນາງ ວິໄລ ແສງສຸວັນນາ ເປັນ ຮອງເລຂາ ແລະ ສະຫາຍ ພັຕ ນາງ ດາວະດີ ຈຸເລີນສຸກ ເປັນ ກຳມະການກວດກາຄະນະໜ່ວຍພັກ.