ໃນວັນທີ 13 ມິຖຸນາ ນີ້, ກະຊວງສາທາລະນະສຸກຂອງອູກັນດາ ລາຍງານເລື່ອງການພົບຜູ້ຕິດເຊື້ອໄວຣັດອີໂບລາເພີ່ມອີກຢ່າງໜ້ອຍ 2 ຄົນ ເປັນເດັກນ້ອຍຊາຍອາຍຸ 3 ປີ ແລະ ແມ່ຕູ້ຂອງເດັກນ້ອຍຊາຍ ໂດຍທັງສອງຄົນເປນສະມາຊິກໃນຄອບຄົວຂອງເດັກອາຍຸ 5 ປີທີ່ຂ້າມຊາຍແດນຈາກສາທາລະນະລັດກົງໂກ (DR Congo) ໃນຕົ້ນອາທິດນີ້ ແລະ ເສຍຊີວິດໃນຄືນຂອງວັນທີ 11 ມິຖຸນາ ທີ່ຜ່ານມາ, ເຊິ່ງແພດຢືນຢັນວ່າ ເປັນເພາະເຊື້ອໄວຣັດອີໂບລາ ແລະ ຖືເປັນຜູ້ສ່ຽງຈາກພະຍາດດັ່ງກ່າວຄົນທຳອິດໃນອູກັນດາ.

ປັດຈຸບັນນີ້, ທາງການຂອງອູກັນດາ ຍັງບໍ່ທັນເປີດເຜີຍຂໍ້ມູນຊັດເຈນວ່າ ກຸ່ມຄົນເຫຼົ່ານີ້ເປັນຊາວອູກັນດາ ຫຼື ຊາວກົງໂກ. ແຕ່ເຈົ້າໜ້າທີ່ເປີດເຜີຍວ່າ ຈະສົ່ງຕົວຜູ້ຕິດເຊື້ອທັງສອງຄົນໄປປິ່ນປົວຢູ່ສາທາລະນະລັດກົງໂກ, ເຊິ່ງໃນຕອນນີ້ມີເຈົ້າໜ້າທີ່ ແລະ ອຸປະກອນກຽມພ້ອມດີກວ່າໃນອູກັນດາ. ຂະນະທີ່ສະມາຊິກໃນຄອບຄົວນີ້ອີກ 3 ຄົນ ຍັງມີສະພາບປົກກະຕິ, ສ່ວນໜ່ວຍງານທີ່ກ່ຽວຂ້ອງດ້ານຄວາມໝັ້ນຄົງຂອງທັງສອງປະເທດເຫັນດີຮ່ວມກັນຍົກລະດັບມາດຕະການຄວບຄຸມຢູ່ເຂດຊາຍແດນແລ້ວ.

ທ່ານ ເທດຣອດ ອັດຮານອມ ເກເບຣເຍຊຸດ ຜູ້ອຳນວຍການອົງການອະນາໄມໂລກ (WHO) ກ່າວທີ່ສຳນັກງານໃຫຍ່ຂອງອົງການອະນາໄມໂລກໃນເມືອງເຈນນີວາ ວ່າຈະມີການປະຊຸມສຸກເສີນໃນວັນທີ 14 ມິຖຸນານີ້ ເພື່ອພິຈາລະນາວ່າ ຄວນປະກາດສະຖານະການຂອງເຊື້ອໄວຣັດອີໂບລາໃນສາທາລະນະລັດກົງໂກ ເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ຫຼື ບໍ່ ໂດຍວິກິດການແພ່ລະບາດຂອງເຊື້ອພະຍາດອີໂບລາໃນ ສາທາລະນະລັດກົງໂກຄັ້ງນີ້ເປັນການແພ່ລະບາດ ຄັ້ງທີ 2 ຕໍ່ຈາກການແພ່ລະບາດລະຫວ່າງເດືອນພຶດສະພາ ຫາເດືອນກໍລະກົດ ປີ 2018. ແຕ່ມີຄວາມຮ້າຍແຮງກວ່າ ໂດຍຍືດເຍື້ອມາຕັ້ງແຕ່ເດືອນສິງຫາ 2018 ແລະ ເຮັດໃຫ້ມີຜູ້ເສຍຊີວິດແລະ ປະມານ 1.400 ຄົນ.